ນັກ​ເສດຖະສາດ​ຈີນ​ກ່າວ​ວ່າ ​ເສດຖະກິດຈີນ​ບັນລຸ​ການ​ພັດທະນາ​ໃນ​ລະດັບ​ທີ່​ເໝາະ​ສົມ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ພື້ນຖານ

(GMT+08:00) 2013-11-04 16:19:14     cri
ວັນ​ທີ 4 ພະຈິກ​ນີ້, ໜັງສືພິມ​ເຢີ​ນມິນ​ຢື້​ປາວ​ສະບັບ​ຕໍ່ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ນຳ​ເອົາຄຳ​ເວົ້າ​ຂອງ​ທ່ານ​ຟານ​ກ່າງ ຮອງ​ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ຈີນ​ມາລາ​ຍງານ​ວ່າ, ​​ເສດຖະກິດ​ຈີນ​ໄດ້​ບັນລຸ​ການ​ພັດທະນາ​ໃນ​ລະດັບ​ທີ່​ເໝາະສົມ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ພື້ນຖານ, ປະຈຸ​ບັນ​ແມ່ນ​ຢູ່​ໃນ​ສະພາບ​ທີ່​ໝັ້ນ​ທ່ຽງ, ​ໄລຍະ​ທີ່​ເສດຖະກິດ​ຈີນ​ຢູ່​ໃນ​ຈຸດ​ຕ່ຳ​ສຸດ​ນັ້ນ​ໄດ້​ຜ່ານ​ໄປ​ແລ້​ວ.

    ຂ່າວ​ແຈ້ງວ່າ, ຕົວ​ເລ​ກຂໍ້​ມູນ​ທີ່​ດີ​ທາງ​ດ້ານ​ເສດຖະກິດ​ຫຼ້າ​ສຸດ​ໄດ້​ເຜີຍ​ແຜ່​ໃນ​ຫວ່າງ​ມໍ່ໆ​ນີ້, ​ໄດ້​ປ່ຽນ​ແປງ​ຄວາມ​ເປັນ​ຫ່ວງ​ຂອງ​ຄົນ​ທັງຫຼາຍ​ທີ່​ຢ້ານ​ວ່າ​ເສດຖະກິດ​ຈີນ​ອາດ​ຈະ​ຢຸດຕິ​ການ​ຂະຫຍາຍຕົວ. ຕົວ​ເລກ​ດັດຊະນີ​ຜູ້​ຈັດການ​ຝ່າຍ​ຊື້ຫຼື PMI ຂອງ​ຈີນທີ່ຫາ​ກໍ່​ເຜີຍ​ແຜ່​ໃນ​ເດືອນ​ຕຸລາ​​ແລ້ວ​ນີ້​ແມ່ນຢູ່​ໃນ​ລະດັບ 51,4%, ​ເຊິ່ງ​ໄດ້​​ຟື້ນ​ຕົວ​ຄືນ 4 ​ເດືອນ​ລຽນຕິດ, ​ໄດ້ສ້າງ​ສະຖິຕິ​ໃໝ່​ໃນ 18 ​ເດືອນ​ຜ່ານ​ມາ, ນີ້ສະ​ແດງ​ໃຫ້​ເຫັນ​ວ່າ​ເສດຖະກິດ​ດ້ານ​ອຸດສາຫະກຳ​ການ​ຜະລິດ​ຂອງ​ຈີນ​ກຳລັງສືບຕໍ່​ພັດທະນາ​​ໃນ​ທາງ​ທີ່​ດີ​ແລະ​ມີ​ສະພາບ​ຄວາມ​ໝັ້ນ​ທ່ຽງ.