ປະທານາທິບໍດີ​ສ.​ເກົາຫຼີ​ກ່າວ​ວ່າ​ຖ້າ​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ຂອງ​ແຫຼມ​ເກົາຫຼີ​ຕົນ​ກໍຍິນ​ດີ​ເຈລະຈາ​ກັບ​ທ່ານ​ກິມຈົງອຸນ

(GMT+08:00) 2013-11-04 15:41:36     cri
ຫວ່າງ​ກ່ອນ​ນີ້, ​ໃນ​​ເວລາ​ທ່ານ​ນາງ​ປັກ​ກິນ​ເຮ ປະທານາທິບໍດີ​ສ.​ເກົາຫຼີ​ໃຫ້​ສຳພາດ​ຕໍ່​ໜັງສືພິມ "​ເລ ຟີ​ກາ​ໂຣ" ຂອງຝຣັ່ງ, ທ່ານ​ກ່າວ​ວ່າ, ຖ້າ​ພົບ​ປະ​ກັບ​ທ່ານ​ກິມ​ເຈິ​ງອຸນ ຜູ້​ນຳ​ສູງ​ສຸດ​ສປປ​ເກົາຫຼີ​ຈະ​ສາມາດ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ເກົາຫຼີ​ແລະ​ຊຸກຍູ້​ສັນຕິພາບ​ຂອງ​ແຫຼມ​ເກົາຫຼີ, ທ່ານກໍ​ຍິນ​ດີ​ເຈລະຈາ​ກັບ​ທ່ານ​ກິມຈົງ​ອຸນ.

ທ່ານ​ນາງ​ປັກ​ກິນເຮ​ກ່າວ​ວ່າ, ສິ່ງສຳຄັນ​ທີ່​ສຸດຂອງ​ການ​ພົບ​ປະ​ສອງ​ຝ່າຍ​ແມ່ນ​ຄວາມ​ຈິງ​ໃຈ. ຫຼັກ​ໝັ້ນ​ຂອງ​ສ.​ເກົາຫຼີ​ແມ່ນ​ການ​ເຈລະຈາ​ແບບ​ນີ້ບໍ່​ຄວນ​ຈົບ​ລົງ​ໂດຍ​ບໍ່​ໄດ້​ຮັບ​ຜົນ​ແຕ່​ຢ່າງ​ໃດ, ຫຼື​ວ່າ​ພຽງ​ແຕ່ໄດ້​ຮັບ​ຜົນ​ຊົ່ວຄາວ​ຈຳນວນ​ໜຶ່ງ​ເທົ່າ​ນັ້ນ. ທ່ານ​ຈະ​ຊຸກຍູ້​​ໃຫ້​ສປປ​ເກົາຫຼີ​ກັບສ.​ເກົາຫຼີ​ສ້າງ​ການ​ພົວພັນ​ທີ່​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ແລະ​ກ່າວ​ຢ້ຳວ່າ, ສ.​ເກົາຫຼີ​ເດັດ​ຂາດ​ບໍ່​ອະນຸຍາດ​ໃຫ້​ສປປ​ເກົາຫຼີ​ມີ​ອາວຸດ​ນິວ​ເຄຼຍ​ໄດ້.

ວັນ​ທີ3​ພະຈິກ​ນີ້, ທ່ານ​ລີ​ຈຸ​ງຮວນ ​ເລຂາ​ຜູ້​ທີ​ໜຶ່ງ​ດ້ານ​ຖະ​ແຫຼ​ງຂ່າວ​ຂອງ​ທຳ​ນຽບປະທານາທິບໍດີ​ສ.​ເກົາຫຼີ​ກ່າວ​ວ່າ, ຄວາມ​ເວົ້າ​ດັ່ງກ່າວ​ຂອງ​ທ່ານ​ນາງ​ປັກ​ກິນເຮ​ເປັນການສະ​ແດງ​ຫຼັກການ, ບໍ່​ຄວນ​ຕີ​ຄວາມ​ໝາຍ​ຫຼາຍ​ເກີນ​ໄປ.