ນາຍ​ແລະ​ພົນ​ທະຫານ​ເຮືອ​ຫຼາຍ​ສິບ​ຄົນ​ຂອງ​ສປປ​ເກົາຫຼີ​ເສຍ​ຊີວິດ​ໃນ​ເວລາ​ປະຕິບັດ​ໜ້າ​ທີ່​ສູ້​ຮົບ

(GMT+08:00) 2013-11-04 15:43:26     cri
ໜັງສືພິມ "​ໂຣດົງ​ຊິ​ມມູນ" ຂອງ​ສປປ​ເກົາຫຼີລາຍ​ງານ​ວ່າ, ກາງ​ເດືອນ​ຕຸລາ​ປີ​ນີ້, ນາຍ​ແລະ​ພົນທະຫານ​ຈຳນວນ​ໜຶ່ງ​ຂອງ​ກອງ​ທະຫານໝາຍ​ເລກ790​ຂອງ​ທະຫານ​ເຮືອ​ປະຊາຊົນ​ສປປ​ເກົາຫຼີ​​ໄດ້ເສຍ​ຊີວິດ​ໃນ​ເວລາ​ປະຕິບັດ​ໜ້າ​ທີ່​ສູ້​ຮົບ. ຫວ່າງ​ກອນ​ນີ້, ທ່ານ​ກິມຈົງ​ອຸນ ຜູ້ນຳ​ສູງ​ສຸດສປ​ປ​ເກົາຫຼີ​ໄດ້​ໄປ​ໄວ້ອາ​ໄລ​ຢູ່​ສຸສານ​ວິລະ​ຊົນ​ເຫຼົ່າ​ນີ້.

ການ​ລາຍ​ງານ​ຂ່າວ​ບໍ່​ໄດ້​ເປີດ​ເຜີຍ​ໜ້າ​ທີ່​ສູ້​ຮົບ​ລະອຽດ​ແລະ​ຈຳນວນ​ຜູ້​ເສຍ​ຊີວິດຢ່າງ​ຈະ​ແຈ້ງ. ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ໂທລະພາບ​ສູນ​ກາງ​ເກົາຫຼີ, ສຸສານ​ວິລະ​ຊົນ​ດັ່ງກ່າວມີປ້າຍ​ຊື່​ຜູ້​ເສຍ​ຊີວິດປະມານ30​ແຜ່ນ, ທີ່​ໄດ້​ກຳນົດວັນ​ເວລາ​ຝັງ​ສົບ​ແມ່ນ​ວັນ​ທີ13​ຕຸລາ.