ລັດຖະບານ​ຈີນ​ໃຊ້​ງົບປະມານ​800​ລ້ານ​ຢວນ​ເພື່ອ​ສະໜັບສະໜູນ​ການ​ຫັນ​ເປັນ​ອຸດສາຫະກຳ​ຂອງ​ຂະ​ແໜງ​ການ​ກະສິກຳ

(GMT+08:00) 2013-11-04 15:50:16     cri
ຕາມ​ຂ່າວ​ຈາກ​ກະຊວງ​ການ​ເງິນ​ຈີນ​ໃຫ້​ຮູ້​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ຈັດ​ສັນງົບປະມານ​ດ້ານພັດທະນາ​ກະສິກຳ​ແບບ​ສັງ​ລວມ805ລ້ານ​ຢວນ, ​ເພື່ອສະໜັບສະໜູນ​ການ​ກໍ່ສ້າງ​ລະບົບ​ທຸລະ​ກິດ​ດ້ານ​ກະສິກຳ​ແບບ​ໃໝ່ ທີ່​ຖື​ສະຫະກອນ​ຫຸ້ນ​ສ່ວນ, ສະຫະກອນ​ວິຊາ​ການ, ວິ​ສາ​ຫະກິດ​ຫຼັກ​ແຫຼ່ງ​ເປັນ​ຕົ້ນຕໍ, ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ທີ່ມີ​ທ່າ​ແຮງ ທີ່​ມີ​ຜົນ​ຜະລິດ​ສູງ, ມີ​ຄຸນ​ນະພາ​ບດີ, ມີ​ປະສິດທິພາບ​ສູງ, ​ແບບ​ສີຂຽວ, ມີ​ຄວາມ​ປອດ​ໄພ ​ແລະ​ມີກຳລັງ​ແຂ່ງຂັນ​ໃນ​ຕະຫຼາດ​, ​ເລັ່ງລັດ​ການ​ພັດທະນາກະສິກຳ​ທັນ​ສະ​ໄໝ, ຊຸກຍູ້​ໃຫ້​ຂະ​ແໜງ​ການ​ກະສິກຳ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ຍົກ​ລະດັບຄວາມ​ແຂ່ງຂັນ​ດ້ານ​ກະສິກຳ​ໃຫ້​ສູງ​ຂຶ້ນ.