ວົງ​ການ​ວິຊາ​ການ​​ແລະ​ກຸ່ມ​ເສື້ອ​ແດງ​ຂອງ​ໄທ​ຄັດ​ຄ້ານ​ຮ່າງ​ພະ​ລາ​ຊະ​ບັນ​ຍັດ​ນີ​ລະ​ໂທດ​ກຳ

(GMT+08:00) 2013-11-05 16:17:22     cri
ວັນ​ທີ 4 ພະຈິກ​ນີ້, ອະທິການ​ບໍດີ​ຂອງ​ມະຫາວິທະຍາ​ໄລ​ 14 ​ແຫ່ງ​ຂອງ​ໄທ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ເພື່ອ​ຄັດຄ້ານ​ຮ່າງ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ, ກຸ່ມ​ເສື້ອ​ແດງ​ທີ່​ສະໜັບສະໜູນ​ພັກ​ກຳ​ອຳນາດ​ຂອງ​ໄທ​ກໍ່​ມີ​ແຜນ​ຈະ​ຈັດ​ງານ​ໂຮມ​ຊຸມນຸມ​ປະ​ທ້ວງ​ທີ່ມີຜູ້​ເຂົ້າ​ຮ່ວມ​ຈຳນວນ​ໝື່ນ​ຄົນ.

ຖະ​ແຫຼ​ງການ​ຮ່ວມ​ຂອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ 14 ​ແຫ່ງ​ຂອງ​ໄທ​ທີ່​​ເປີດ​ເຜີຍ​ໃນ​ວັນ​ທີ 4 ພະຈິກ​ນີ້​ໄດ້​ຊີ້​ອອກ​ວ່າ, ຫາກ​ຮ່າງ​ພະ​ລາຊະ​ບັນຍັດ​ດັ່ງກ່າວ​ໄດ້​ຜ່ານ​ການ​ຮັບຮອງ​ຈາກ​ວຸດ​ທິສະພາ​ແລະ​ສະພາ​ຜູ້​ແທນ​ລາຊະ​ດອນ​​ແລະ​ກາຍ​ເປັນ​ກົດໝາຍ​ແລ້ວ, ຈະ​ສ້າງ​ເປັນ​ລະບຽບ​ມາດຖານ​ໃນ​ສັງຄົມ​ທີ່​ຜິດພາດ​ຢູ່​ໄທ, ​ເຮັດ​ໃຫ້​ມວນ​ຊົນ​ເຫັນ​ວ່າການ​ສໍ້​ລາດ​ບັງ​ຫຼວງ​ບໍ່​ແມ່ນ​ໂທດ​ກຳ​ທີ່​ໜັກໜ່ວງ. ຝ່າຍ​ໜຶ່ງ​ຂອງກຸ່ມ​​ແນວ​ໂຮມ​ປະຊາທິປະ​ໄຕ​​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ຫຼື​ກຸ່ມ​ເສື້ອ​ແດງ​ທີ່​ເປັນ​ຜູ້​ສະໜັບ​ສະ​ໜູນ​ພັກ​​ເພື່ອ​ໄທກຽມ​ຈະ​ຮຽກ​ໂຮມ​ຈຳນວນ​ພົນ​ໃຫ້​ໄດ້ໝື່ນ​ຄົນ​ເພື່ອ​ຈັດ​ງານ​ໂຮມ​ຊຸມນຸມ​ປະ​ທ້ວງ​ຢູ່​ເຂດ​ການ​ຄ້າ​ລາຊະ​ປະສົງ​ໃນ​ວັນ​ທີ 9 ພະຈິກ​ນີ້. ​ເຂົາ​ເຈົ້າ​ຢືນຢັນວ່າ​ຈະ​ສະໜັບສະໜູນຮ່າງ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ, ​ແຕ່​ບໍ່​ສະໜັບສະໜູນ​ການ​ໃຫ້​ນີລະ​ໂທດ​ກຳ​ແກ່​ໝົດ​ທຸກ​ຄົນ​ໂດຍ​ບໍ່​ມີ​ການຈຳ​ແນ​ກ.

ທ່ານພ້ອມ​ພົງ ​ໂຄສົກ​ພັກ​ເພື່ອ​ໄທ​ທີ່​ເປັນ​ພັກ​ກຳ​ອຳນາດ​ຂອງ​ໄທ​ກ່າວ​ວ່າ, ສະມາຊິກ​ສະພາ​ຂອງ​ພັກ​ເພື່ອ​ໄທ​ຈະ​ຈັດ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ຮັບ​ມື, ຈະ​ພະຍາຍາມ​ອະທິບາຍ​ເປັນ​ຢ່າງ​ດີ​ຕໍ່​ມວນ​ຊົນ​ວ່າ​ເປັນ​ຫຍັງ​ຈິ່ງ​ຄວນ​ໃຫ້​ຮ່າງ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ໄດ້​ຜ່ານ​ການ​ຮັບຮອງ​ຈາກ​ລັດຖະສະພາ.