ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ເປີດ​ຊຸດຝຶກ​ອົບ​ຮົມ​ພາ​ສາ​ຈີນ

(GMT+08:00) 2013-11-05 16:28:02     cri
ທ່ານ​ສຸຣະພົງ ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ກ່າວ​ໃນ​ທ້າຍ​ເດືອນ​ຕຸລາ​ແລ້ວນີ້ວ່າ, ຄາດ​ວ່າ,ໝົດ​ປີ2013​ນີ້, ​ໄທ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຖິງ 30ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ,ນັກ​ທ່ອງ​ທ່ຽວ​ຈີນ​ມີ 4 ລ້ານ​ເທື່ອ​ຄົນ. ​ເພື່ອ​ຕອບສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ດັ່ງກ່າວ​ນີ້, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ໄດ້​ຮ່ວມ​ມື​ກັບ​ສູນວັດທະນະທຳ​ຈີນ​ບາງ​ກອກ​ເປັນ​ເທື່ອ​ທຳ​ອິດ,​ໂດຍ​ຈັດ​ຊຸດ​ຝຶກ​ອົບຮົມ​ພາສາ​ຈີນ​ແບບ​ເລັ່ງລັດ​ໃນ​ເມື່ອ​ມໍ່ໆ​ມາ​ນີ້,​ເພື່ອ​ຊ່ວຍ​ພະນັກງານ​ຂອງ​ກົມ​ທ່ອງ​ທ່ຽວ​ຮຽນ​ພາສາ​ຈີນ​ຂັ້ນ​ພື້ນຖານ​ໃຫ້​ໄດ້. ຫົວໜ້າ​ທິມງານ​ພາກຈຳໜ່າຍ​ຂອງ​ສວນ​ອຸທິຍານ​ຊ້າງສາມ​ພຣານກ່າວ​ວ່າ, ຄຽງ​ຄູ່​ກັບ​ຄ່າ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນທາງ​ໄປ​ທ່ອງ​ທ່ຽວ​ຢູ່​ໄທ​ໄດ້​ປັບ​ຍົກ​ຈາກ 1ໝື່ນ8000​ບາດ​ຫາ 2ໝື່ນ​ບາດສະ​ເລ່ຍຕໍ່​ຄົນ​​ເພີ່ມ​ຂຶ້ນ​​ຮອດ​ລະ​ດັບ​ຫຼາຍ​ກວ່າ 3 ໝື່ນ​ບາດ, ຄາດ​ວ່າ, ​ໄທ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ມີ​ກຳລັງ​ຊື້​ສູງ​ກວ່າ​ເກົ່າ​ຫຼາຍ​ຂຶ້ນ​ຕື່ມ​ອີກ, ດ້ວຍ​ເຫດ​ນີ້, ທ່ານ​ຈິ່ງ​ມີ​ແຜນ​ຈະ​ຈ້າງ​ພະນັກງານທີ່​ຮູ້​ພາສາ​ຈີນ​ຫຼາຍຂຶ້ນ​ຕື່ມ​ອີກ.

ຫົວໜ້າ​ທິມງານ​ພາກ​ຈຳໜ່າຍ​ຂອງ​ໂຮງ​ແຮມ​ເຈົ້າ​ພະຍາ​ທີ່​ສະໜາມ​ຫຼວງຣາມາດາ​ພຣາຊາ​ບາງກອກ​ຄາດ​ຄາະ​ເນ​ວ່າ, ພາຍຫຼັງ​ບຸນ​ປີ​ໃໝ່​ຈີນ​ຫຼື​ກຸດ​ຈີນປີໜ້າ, ນັກ​ທ່ອງ​ທ່ຽວ​ຈີນ​ຈະ​ເພີ່ມ​ຂຶ້ນ, ​ແລະ​ນັກ​ທ່ອງ​ທ່ຽວ​ເຫຼົ່າ​ນີ້​ໄດ້​ມີ​ກຳລັງ​ຊື້ສູງຂຶ້ນ​ອີກ. ​ໂຮງ​ແຮມ​ແຫ່ງ​ນີ້​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ປະມານ 1500ຄົນ​ຕໍ່​ເດືອນ, ທາງ​ໂຮງ​ແຮມ​ໄດ້​ຈັດ​ວາງ​ພະນັກງານ​ທີ່​ຮູ້​ພາສາ​ຈີນ​ໃຫ້ການ​ບໍລິການ​ຢູ່​ຫຼາຍ​ບ່ອນ​ຂອງ​ໂຮງ​ແຮມ.