ສື່ມວນຊົນຕ່າງປະເທດມີຄວາມ​ມຸ່ງ​ຫວັງ​ຕໍ່​ກອງ​ປ​ະຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ

(GMT+08:00) 2013-11-05 20:28:20     cri
ວັນທີ 9 ຫາ 12 ພະຈິກນີ້, ກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 18 ຂອງພັກກອມມູນິດຈີນຈະຈັດຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ຂອງ​ຈີນ.ກອງ​ປະ​ຊຸມ​ຄັ້ງນີ້​ຈະ​ປືກສາຫາລືກ່ຽວ​ກັບການປະຕິຮູບໃນ​ດ້ານ​ໃດ,ຈະ​ວາງ​ຂໍ້ຕົກລົງທີ່ສໍາຄັນຫຍັງແດ່, ຈະ​ມີ​ອິດ​ທິ​ພົນ​ແນວ​ໃດ​ຕໍ່​ການ​ປະ​ຕິ​ຮູບ​ຂອງຈີນ​ໃນ​ອະ​ນາຄົດ. ຫລາຍມື້ມານີ້, ສື່​ມວນ​ຊົນໂລກ​ໄດ້ລາຍງານ​ກ່ຽວ​ກັບບັນຫາ​ດັ່ງກ່າວ​ແລະໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ແລະ​ຄວາມ​ມຸ່ງ​ຫວັງ​ຢ່າງ​ເຕັມທີ່.

ສໍານັກຂ່າວສານ Reuter ລາຍງານວ່າ, ກອງປະຊຸມຄັ້ງນີ້ຈະເປັນກອງປະຊຸມຄັ້ງທີ 3 ພ່າຍ​ຫລັງ​ຄະ​ນະ​ກໍາ​ມະ​ການສູນ​ກາງ​ພັກ​ກອມ​ມູນິດ​ຈີນຊຸດໃໝ່​ໄດ້ຂຶ້ນດໍາລົງຕໍາແໜ່ງ​ໃນ​ປີ​ກາຍ​ນີ້, ກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝຕ່າງໆໃນ​ປະ​ຫວັດ​ສາດ​ມັກ​ເປັນ​"ແປ້ນ​ຢັນ​ຂອງ​ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ.ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້,​ຜູ້​ນໍາ​ຈີນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ດ້ານ​ການ​ທະ​ນາ​ຄານ​ແລະ​ວາງ​ຫົວ​ຂໍ້​ເສດ​ຖະ​ກິດ​ໃນ​ອີກ 10 ປີ​ຕໍ່​ໜ້າ.

ສໍານັກຂ່າວສານAgencia EFEລາຍງານວ່າ, ກອງປະຊຸມຄັ້ງນີ້ຈະເລີ່ມດໍາເນີນ​ການປະຕິຮູບດ້ານເສດຖະກິດແລະສັງຄົມທີ່ບໍ່ເຄີຍມີມາໃນ​ປະ​ຫວັດສາດ​ເຊິ່ງມີ​ຄວາມ​ສໍາຄັນຫລາຍຕໍ່ການຫັນ​ປ່ຽນຮູບແບບການພັດທະ​ນາຂອງເສດຖະກິດຈີນ.

ສໍານັກຂ່າວສານ Latina ລາຍງານວ່າ, ກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ18ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ນີ້​ມີ​ຄວາມ​ສໍາຄັນ​ຫລາຍຕໍ່​ການປະຕິຮູບ​ແລະການປັບປຸງ​ດ້ານເສດຖະກິດສັງຄົມຂອງຈີນ​ໃນໄລຍະຕໍ່​ໄປແລະຈະ​ສ້າງໄລ​ຍະໃໝ່​ຂອງຂະບວນ​ການການປະ​ຕິຮູບ​ແລະ​ການເປີດ​ປະຕູ​ສູ່ພາຍ​ນອກຂອງຈີນ.

ໜັງສືພິມ Wall Street Journal ຂອງອາເມລິກາລາຍງານວ່າ, ຫົວຂໍ້ທີ່ກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 18 ຂອງ​ພັກ​ກອມມູ​ນິດຈີນ​ຄັ້ງນີ້​ອາດ​ຈະ​ລວມ​ມີ​ການຫັນປ່ຽນພາລະບົດບາດຂອງລັດຖະບານ,ບັນລຸຄວາມສະໝໍ່າສະເໝີຂອງເສດ​ຖະ​ກິດໂດຍຜ່ານ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,ຊຸກ​ຍູ້​ການ​ຫັນ​ເປັນ​ຕົວ​ເມືອງແລະການເຂົ້າ​ຕະ​ຫລາດຂອງລະບົບການທະນາຄານ,ຊຸກ​ຍູ້​ການຍົກລະ​ດັບ​ຂອງ​ຂະ​ແໜງ​ການແລະຍົກ​ສູງຄວາມສາມາດ​ດ້ານການປະດິດສ້າງ.