ຈີນ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວ​ວາງ​ແຜນ​ທີ່​ເສັ້ນທາງ​​ດ້ານ​​ເງິນ​ທຶນ​ເລີ່​ມຕົ້ນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

(GMT+08:00) 2013-11-05 18:31:33     cri
ວັນ​ທີ 5 ພະຈິກ​ນີ້,  ທ່ານ​ເຊ້​ເຈີ້ນ​ຮວາ ຮອງ​ປະທານ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ, ຫົວໜ້າ​ຄະນະ​ຜູ້​ແທນ​​ເຈລະຈາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ຈີນ​ຄອງ​ຄອຍ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໃຫ້​ການ​ຮັບປະກັນ​ຢູ່​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອກາດທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ​ນີ້​ຢູ່​ນະຄອນ​ຫຼວງ​ວັກ​ໂຊ​ວີ​ຂອງ​ໂປ​ໂລ​ຍວ່າ,ຈະ​ອອກທຶນ​ໃນມູນ​ຄ່າ​ທີ່​ຫຼາຍ​ກວ່າ​ເງິນ​ທຶນ​ເລີ່​ມດຳ​ເນີນ​ງານ​ຢ່າງ​ວ່ອງ​ໄວ​ນັ້ນ​ແຕ່​ປີ2013​ຫາ​ປີ2015, ​ແລະ​ວາງ​ແຜນການ​ເສັ້ນທາງ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ການ​ອອກທຶນ​​ໃນ​ມູນ​ຄ່າ 100ຕື້​ໂດ​ລາ​ໃນ​ປີ2020​ໃຫ້​ສຳ​ເລັດ​ຜົນ.

ທ່ານ​ເຊ້​ເຈີ້ນ​ຮວາ ກ່າວ​ຢູ່​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ຄະນະ​ລັດຖະບານ​ຈີນ​ວ່າ, ປະ​ເທດ​ທີ່​ພັດທະນາ​ແລ້ວ​ຄວນ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ຫາບ​ແບກ​ພາລະ​ໜ້າ​ທີ່​ໃນ​ປະ​ຫວັດ​ສາດ, ປະ​ກອບ​ທຶນ​ເຂົ້າ​ໃນ​ກອງ​ທຶນ​ເພື່ອ​ດິນ​ຟ້າ​ອາກາດ​ສີຂຽວ​ໂດຍ​ໄວ, ​ເພື່ອ​ຮັບປ​ະກັນ​ໃຫ້​ປະ​ເທດ​ທີ່​ພວມ​ພັດທະນາ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ຢ່າງ​ແທ້​ຈິງ.