ສິງກະໂປຈະສ້າງລະບົບເອເລັກ​ໂຕ​ນິກ​ຈ່າຍ​ຄ່າ​ຈອດ​ລົດ​ຢູ່​ແຄມ​ທາງ

(GMT+08:00) 2013-11-05 20:16:57     cri
ຫລາຍມື້ມານີ້,ກົມສ້າງຕົວເມືອງສິງກະໂປໄດ້ຄົ້ນຄວ້າແລະພິຈາລະນາ​ກ່ຽວ​ກັບ​ການ​ປະ​ດິດ​ສ້າງ​ລະ​ບົບ​ເອ​ເລັກ​ໂຕ​ນິກ​ຈ່າຍ​ຄ່າ​ຈອດ​ລົດ​ຢູ່​ແຄມ​ທາງ​ເພື່ອໃຫ້ຜູ້ຂັບລົດສາມາດຈ່າຍຄ່າ​ຈອດ​ລົດ​ໂດຍກົງໂດຍຜ່ານເຄື່ອງ​ຈັກທີ່​ຕິດ​ຕັ້ງ​ຢູ່​ພາຍ​ໃນ​ລົດ.ພ້ອມ​ນັ້ນ​ຈະ​ສາ​ມາດ​ຫລຸດ​ຜ່ອນ​ກໍາ​ລັງ​ຄົນ​ໃນ​ການ​ບໍ​ລິ​ຫານ​ການ​ຈອດ​ລົດເກີນເວລາແລະຜິດກົດ​ໝາຍ.

ເມື່ອບໍ່ດົນມານີ້, ກົມສ້າງຕົວເມືອງສິງກະໂປໄດ້ອອກແບບ​ຊະ​ນິດ​ຕ່າງໆ ເພື່ອ​ເຊື້ອ​ເຊິນ​ຜູ້​ຮັບ​ເໝົາ​ຄົ້ນ​ຄວ້າ​ປະ​ດິດ​ສ້າງ​ແລະ​ທົດ​ລອງ​ລະ​ບົບ​ເອ​ເລັກ​ໂຕ​ນິກການ​ຈ່າຍ​ຄ່າຈອດ​ລົດລະບົບໃໝ່​ລະ​ບົບ​ແບບ​ອັດຕະ​ໂນມັດ​ນີ້ນອກ​ຈາກຈະໃຫ້ຜູ້​ຂັບລົດ​ສາມາດ​ຈ່າຍ​ຄ່າ​ຈອດ​ລົດ​ຕາມ​ເວ​ລາ​ຈອດ​ລົດ​ຕົວ​ຈິງ​ແລ້ວ,​ຍັງ​ມີ​ຜົນ​ດີ​ຕໍ່​ກົມ​ສ້າງ​ຕົວ​ເມືອງ​ເພີ່ມທະ​ວີການ​ບໍລິຫານຕໍ່​ອຸ​ປະ​ກອນ​ຈອດ​ລົດຢູ່ແຄມທາງແລະ​ບັນ​ເທົາ​ບັນ​ຫາ​ທີ່​ບ່ອນ​ຈອດ​ລົດ​ບໍ່​ພຽງ​ພໍ​ນໍາ​ອີກ.

ກົມສ້າງຕົວເມືອງສິງກະໂປກ່າວວ່າ,ການປະມູນທີ່ກ່ຽວຂ້ອງຈະດໍາເນີນໄປ​ເຖິງ​ວັນ​ທີ 2 ທັນ​ວາ​ໜ້ານີ້.ການປະມູນກໍານົດວ່າ, ຖ້າ​ວ່າ​ຜູ້​ຮັບ​ເໝົາ​ໄດ້​ເຊັນ​ສັນ​ຍາ, ຕ້ອງສໍາເລັດການທົດລອງທີ່ກ່ຽວຂ້ອງພາຍໃນ 9 ເດືອນ.ລະ​ບົບ​ໃໝ່​ຕ້ອງ​ສາມາດ​ໃຫ້ບໍລິການ​ແກ່ລົດທີ່ໄດ້​ລົງທະບຽນ​ຂອງສິງກະ​ໂປແລະ​ກໍສາມາດໃຫ້ລົດ​ທີ່ໄດ້ລົງທະບຽນຂອງຕ່າງປະເທດໄດ້.