ນາຍົກຊີຣີກ່າວວ່າ​ການ​ດັບ​ສູນ​"ອິດ​ທິ​ກໍາ​ລັງ​ກໍ່​ການ​ຮ້າຍ"​ເປັນ​ພຽງ​ແຕ່​ບັນ​ຫາ​ຂອງ​ການ​ເວ​ລາ​ເທົ່າ​ນັ້ນ

(GMT+08:00) 2013-11-05 20:20:57     cri
ສໍານັກຂ່າວສານຊີຣີລາຍງານວ່າ, ວັນທີ 4 ພະຈິກນີ້, ທ່ານ​ຮານ​ກີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ​ຣີ​ກ່າວເນັ້ນ​ວ່າການດັບສູນ​"ອິດ​ທິ​ກໍາ​ລັງກໍ່ການຮ້າຍ​ຢູ່ຊີຣີ"ເປັນພຽງແຕ່ບັນຫາຂອງ​ການ​ເວລາ​ເທົ່ນນັ້ນ. ທ່ານ​ກ່າວ​ວ່າ, ກອງ​ທັບ​ຊີ​ຣີ​ກໍາລັງ​ສືບຕໍ່ໄລ່​ໂຈມຕີ​ກຸ່ມປະ​ກອບ​ອາ​ວຸດ​ຕ່າງໆ​ແລະ​ໄດ້​ຟື້ນ​ຟູ​ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ປອດ​ໄພ​ຢູ່​ຫລາຍ​ພາກ​ສ່ວນ​ຂອງ​ຊີຣີໄດ້ຫລາຍຂຶ້ນກວ່າ​ເກົ່າ.

ທ່ານຮານກີກ່າວເນັ້ນວ່າ, ຊີຣີຈະເຂົ້າຮ່ວມກອງປະຊຸມສາກົນເຊີແນວ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນ​ຫາ​ຊີຣີ, ຈະ​ບໍ່​ວາງ​ເງື່ອນ​ໄຂ​ໃຫ້ແກ່​ກອງ​ປະຊຸມ​ຄັ້ງນີ້ ແລະ​ຈະ​ວາງແຜນອະນາຄົດຂອງປະເທດ​ໂດຍ​ຜ່ານ​ການ​ລົງຄະແນນສຽງຂອງທົ່ວປວງຊົນ.