ພືດ​ສີຂຽວກວມ 74%ຂອງ​ເນື້ອ​ທີ່​ທີ່​ດິນ​ແຫ່ງ​ຊາດມະ​ເລ​​ເຊຍ

(GMT+08:00) 2013-11-05 11:09:20     cri
ໃນ​ເວລາ​ເປັນ​ປະທານ​ພິທີ​ໄຂ​ "​ເວທີ​ປຶກສາ​ຫາລືຊີວະ​ນາໆ​ພັນ​ແລະ​ການ​ພັດທະນາ" ທີ່​ຈັດ​ຂຶ້ນ​ໃນວັນ​ທີ 4 ພະຈິກ​ນີ້, ​​ ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດ​ຖະມົນຕີ​ມະ​ເລ​ເຊຍ​ກ່າວ​ວ່າ, ພືດ​ສີຂຽວໄດ້​ກວມ 74% ຂອງ​ເນື້ອ​ທີ່​ທີ່​ດິນ​ແຫ່ງ​ຊາດມະ​ເລ​ເຊຍ, ​ໃນ​ນັ້ນ, ​ເນື້ອ​ທີ່​ການ​ປົກ​ຫຸ້ມຂອງ​ປ່າ​ໄມ້​ກວມ​​ເຖິງ 56,4%, ນີ້​ໄດ້​ຢັ້ງຢືນ​​ວ່າ​ມະ​ເລ​ເຊຍ​ໄດ້​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຕົນ.

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ​ກ່າວວ່າ, ມະ​ເລ​ເຊຍ​ເຄີຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາຢູ່​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທົ່ວ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຣີ​ໂອ​ເດີ​ຈາ​ເນ​ໂຣຂອງ​ເບຼຊິນ​ໃນ 20 ປີ​ກ່ອນ​ໂດຍ​ກ່າວ​ວ່າ, ມະ​ເລ​ເຊຍ​ຈະ​ສຸມ​ໃສ່​ການ​ອະນຸລັກ​ປ່າ​ໄມ້​ແລະ​ຕົ້ນ​ໄມ້​ໃຫ້​ໄດ້ 50%ພາຍ​ໃນ​ປະ​ເທດ​ຕົນ, ສ່ວ​ນຜົນສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ສູ່​ມື້​ນີ້​ກໍ່​ໄດ້​ເປັນ​ການ​ຢັ້ງຢືນ​ຕໍ່​ທົ່ວ​ໂລກ​ແລ້ວ.