ສິງກະໂປເລີ່ມຄົ້ນຄວ້າການສ້າງສູນບໍລິການ​ໄກ່​ເກ່ຍສາກົນ

(GMT+08:00) 2013-11-05 11:10:43     cri
ໃນກອງ​ປະຊຸມ​ສຳ​ມະ​ນາ​ສະມາຄົມ​ກົດ​ໝາຍ​ອາຊີ​ຄັ້ງ​ທີ 26 ທີ່​ຈັດຂຶ້ນ​ໃນຫວ່າງ​ມໍ່ໆ​ນີ້ ທ່ານ​ຊານ​ມູກຳ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງກົດໝາຍ​ແລະ​ການ​ເມືອງ​ສິງກະ​ໂປກ່າວ​ວ່າ, ສິງກະ​ໂປ​ຈະ​ຄົ້ນຄວ້າ​ການ​ສ້າງ​ສູນ​ບໍລິການ​​ໄກ່​ເກ່ຍສາກົນ​ທີ່​ເປັນອິດສະຫຼະ​ແຫ່ງ​ໜຶ່ງ.

ທ່ານ​ຊານ​ມູກຳຊີ້​ອອກ​ວ່າ, ຂະ​ແໜງ​ການ​ບໍລິການ​ທາງ​ດ້ານ​ກົດໝາຍ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກຈະ​ພັດທະນາ​ໄວ​ຂຶ້ນ​​ໄປຄຽງ​ຄູ່​ກັນ​ກັບ​ການ​ພັດທະນາ​ດ້ານເສດຖະກິດ​ຂອງອາຊີ, ຄວາມ​ຂັດ​ແຍ່ງ​ຂ້າມ​ຊາດ​ກໍ່​ຈະ​​ເພີ່ມ​ຂຶ້ນ​ແລະ​​ສັບສົນຂຶ້ນ​ຕື່ມ, ສະ​ນັ້ນ ປະ​ເທດ​ຂອງ​ພາກ​ພື້ນ​ນີ້​ຕ້ອງ​ມີ​​ໂຄງ​ປະກອບ​ແລະ​ກົນ​ໄກ​ທີ່​ດີພໍ​ສົມຄວນ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ເຫຼົ່າ​ນີ້, ຈຶ່ງ​ຈະ​ສາມາດ​ຮັບປະກັນ​ໃຫ້​​ແກ່​ການແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ເຫຼົ່າ​ນີ້​ດ້ວຍ​ວິທີ​ທີ່​ມີ​ປະສິດ​ທິພາບ​ສູງ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດທາງຕົ້ນ​ທຶນ​ແລະມີ​ຄວາມ​ຍຸດຕິ​ທຳ. ສ່ວນສູນ​ບໍລິການ​ແຫ່ງ​ນີ້​ຈະ​ນຳພາ​ໂດຍ​ຄະນະ​ກຳມະການ​ສາກົນ​ທີ່​ປະກອບ​ດ້ວຍ​ຜູ້​ຊ່ຽວຊານ​​ໄກ່​ເກ່ຍສາກົນ, ຮັບ​ການ​ຕິດຕາມ​ທີ່​ເປັນ​ອິດສະຫຼະ​ຈາກອົງການ​ຈັດ​ຕັ້ງ​ຜູ້​ຊ່ຽວຊານ​, ​ສະໜອງ​ການ​ບໍລິການ​ໄກ່​ເກ່ຍສາກົນ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ພາກ​ພື້ນ​ແຫ່ງ​ນີ້.