ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ອາ​ເມລິ​ກາບໍ່ຄວນ​ເລືອກ​ຝ່າຍໃນ​ບັນຫາ​ເກາະ​ຕ້ຽວ​ອີ

(GMT+08:00) 2013-11-05 15:27:14     cri
ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ພະຈິກ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດ​ນມາ​ແຕ່​ບູຮານ​ນະ​ການຂອງ​ຈີນ, ອາ​ເມ​ລິ​ກາ​ບໍ່​ແມ່ນ​ຜູ້ກ່ຽວ​ໃນບັນຫາ​ຄວາມ​ຂັດ​ແຍ້ງ​ກັນກ່ຽວ​ກັບເກາະ​ຕ້ຽວອີ, ​ຄວນ​ເຄົາລົບ​ແລະ​ປະຕິບັດ​ຫຼັກ​ໝັ້ນ​ເປັນກາງ​ຂອງ​ຕົນ,ບໍ່ຄວນ​ເລືອກ​ຝ່າ​ຍໃນ​ບັນຫາ​ເກາະ​ຕ້ຽວ​ອີ.

ທ່ານ​ຫົງ​ເຫຼີ​ຍກ່າວ​ເນັ້ນ​ວ່າ:  ໜຶ່ງ, ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ ​ຂອງ​ຈີນມາ​ແຕ່ບູຮານ​ນະ​ການ, ​ເອກະສານ​ສາກົນ​ທີ່​ກ່ຽວຂ້ອງ​​ໃນ​ເວລາ​ສົງຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ ​ກໍ່​ໄດ້​ກຳນົດຈາກ​ທາງ​ດ້ານ​ກົດໝາຍ​ແລ້ວວ່າ​ຄວນ​ສົ່ງເກາະ​ຕ້ຽວ​ອີ​ຄືນ​ໃຫ້​ປະ​ເທດ​ຈີນ. ​ໃນ​ຕົ້ນ​ຊຸມ​ປີ 1970 ອາ​ເມ​ລິ​ກາໄດ້​ມອບ​ເ​ກາະຕ້ຽວ​ອີ​​ໃຫ້​ແກ່​ຍີ່ປຸ່ນ​ແຕ່​ຝ່າຍ​ດຽວແມ່ນ​ການ​ກະທຳ​ທີ່​ຜິດ​ກົດໝາຍ​ແລະ​ບໍ່ມີ​ຜົນ​ສັກສິດ, ກໍ່ບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ຈິງ​ທີ່​ອະທິປະ​ໄຕ​ຂອງເກາະ​ຕ້ຽວ​ອີ​ແມ່ນ​ຂອງ​ຈີນ. ສອງ, ປະຈຸ​ບັນ ​ເກາະ​ຕ້ຽວ​ອີ​ຕົກ​ຢູ່​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ແມ່ນ​ຍ້ອນ​ການ​ກະທຳ​ທີ່​ກ່ຽວຂ້ອງ​ຂອງ​ຍີ່ປຸ່ນ​ມີ​ເຈດ​ຕະນາ​ຢາກ​ປ່ຽນ​ແປງ​ສະພາບ​ການ​​ເດີມ​ຂອງ​ເກາະ​ຕ້ຽວ​ອີ, ຫາກ​ບໍ່​ແມ່ນ​ຝ່າຍ​ຈີນ​ເປັນ​ຜູ້​ກໍ່​ຂຶ້ນ.  ສາມ, ອາ​ເມ​ລິ​ກາ​ບໍ່​ແມ່ນ​ຜູ້​ກ່ຽວຂ້ອງ​ໃນ​ບັນຫາເກາະ​ຕ້ຽວ​ອີ, ຄວນ​ເຄົາລົບ​ແລະ​ປະຕິບັດ​ຫຼັກ​ໝັ້ນ​ເປັນກາງ​ຂອງ​ຕົນ,ບໍ່ຄວນ​ເລືອກຝ່າຍໃນ​ບັນຫາ​ເກາະ​ຕ້ຽວ​ອີ.