ຜູ້ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ​ຖ້າ​ເຫດການ​ຕົວ​ປະກັນ​ບໍ່​ມີຄວາມ​ຄືບ​ໜ້າ​ໃນ​ເວລາ​ໜຶ່ງ​ເດືອນ​ຈະ​ໃຊ້​ມາດ​ຕະການ​ລົງ​ໂທດ​ຟີ​ລິບ​ປິນ

(GMT+08:00) 2013-11-05 16:22:27     cri
ຕາມ​ຂ່າວCRI, ວັນ​ທີ5​ພະຈິກ​ນີ້, ທ່ານ​ຫຼຽງ​ເຈິ້ນ​ອິງ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ, ​ເວັ້ນ​ເສຍ​ແຕ່​ເຫດການ​ຕົວ​ປະກັນ​ໄດ້​ຮັບຄວາມ​ຄືບ​ໜ້າ​ລັກສະນະ​ຂັ້ນ​ຕອນ​ພາຍໃນ​ເວລາ​ໜຶ່ງ​ເດືອນ, ຖ້າ​ບໍ່​ດັ່ງ​ນັ້ນ, ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈະ​ໃຊ້​ມາດ​ຕະການ​ລົງ​ໂທດ​ທີ່​ຈຳ​ເປັນຕໍ່​ຟີ​ລິບປິນ. ​ແຕ່​ທ່ານ​ບໍ່​ໄດ້​ເປີດ​ເຜີຍ​ເນື້ອ​ໃນ​ຂອງ​ມາດ​ຕະການ​ຂອງການ​ລົງ​ໂທດຄັ້ງ​ນີ້​ແຕ່​ຢ່າງ​ໃດ.

​ນີ້​ແມ່ນ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ສະ​ເໜີ​ອອກ​ມາ​ຢ່າງ​ຈະ​ແຈ້ງ​ເປັນ​ຄັ້ງ​ທຳ​ອິດ​ວ່າ​ຈະ​​ໃຊ້​ມາດ​ຕະການ​ລົງ​ໂທດ​ຕໍ່​ຟີ​ລິບ​ປິນ ພາຍຫຼັງ​ເກີດ​ເຫດການ​ຕົວ​ປະກັນ​ມາ​ເປັນ​ເວລາ3​ປີກ​ວ່າ.