ກິດຈ​ະກຳ​ຕ່າງໆ​ຂອງສັບປະດາ​ສິລະ​ປະກຳ "ຈີນ​ປັດຈຸບັນ" ​ໄດ້​ຈັດ​ຂຶ້ນ​ຢູ່ກຳ​ປູ​ເຈຍ

(GMT+08:00) 2013-11-05 17:08:26     cri
ຕາມ​ຂ່າວCRI, ວັນ​ທີ4​ພະຈິກ​ນີ້, ກິດຈະກຳ​ຕ່າງໆ​ຂອງ​ສັບປະດາ​ສິລະ​ປະກຳ "ຈີນ​ປັດຈຸບັນ" 2013 ​​ເລີ່​ມ​ເປີດ​ສາກ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ​ແລ້ວ.

​ໃນ​ພິທີ​ເປີດການສະ​ແດງ, ທ່ານ​ນາງ​ປູ້​ຈ້ຽນກົວ ​ເອກ​ອັກຄະ​ລັດຖະທູ​ດຈີນ​ປະຈຳ​ກຳປູ​ເຈຍ​ກ່າວ​ວ່າ, ປີ​ນີ້​ພໍດີ​ແມ່ນ​ຈີນ​ກຳປູ​ເຈຍ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ55​ປີ ​ແລະ​ປີ​ມິດຕະພາບ​ຈີນ​ກຳປູ​ເຈຍ, ​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ໝາກຜົນ​ດ້ານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ໃນ55​ປີ​ມາ​ນີ້, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ເພີ່ມ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ຊາດ, ຈີນ​ແລະ​ກຳປູ​ເຈຍ​​ໄດ້​ຮ່ວມ​ກັນ​ຈັດ​ກິດຈະກຳ​ສະຫຼອງ​ຕ່າງໆ. ສັບ​ປະດາ​ສິລະ​ປະກຳ "ຈີນ​ປັດຈຸບັນ" ກໍ​ແມ່ນ​ເນື້ອ​ໃນ​ສຳຄັນ​ຢ່າງ​ໜຶ່ງ.

​ໃນ​ໄລຍະ​ສັບປະດາ​ສິລະ​ປະກຳ "ຈີນ​ປັດຈຸບັນ" ທີ່​ຈະ​ດຳ​ເນີນ​ເປັນ​ເວລາ5​ວັນຢູ່ກຳ​ປູ​ເຈຍ ຜູ້​ຊົມ​ຈະ​ສາມາດ​ສຳຜັດ​ກັບ​ສິລະ​ປະວັດ​ທະນະ​ທຳ​ຈີນ​ດ້ວຍ​ການ​ຊົມ​ງານ​ວາງສະ​ແດງ​ຮູບ​ເງົາ​ຈີນ​ແລະ​ງານ​ສະ​ແດງ​ຕ່າງໆ, ​ແລະ​ສາມາດຮັບ​ຮູ້​ພາບ​ພົດ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ຈີນນຳ​ອີກ.