ໄຂ​ກອງປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ​ຈີນ-ລາວຄັ້ງ​ທີ2​ຢູ່​ນະຄອນຫຼວງ​ປັກ​ກິ່ງ

(GMT+08:00) 2013-11-05 18:34:32     cri

ວັນທີ 5 ພະຈິກນີ້, ຢູ່ນະຄອນຫຼວງປັກກິ່ງ,ທ່ານຫຼິວສີປາວກ່າວຄຳປາໄສຢູ່ໃນກອງປະຊຸມ

ຕາມ​ຂ່າວສານ​ຊິນ​ຮວາ, ຕອນ​ເຊົ້າ​ວັນ​ທີ5​ພະຈິກ​ນີ້, ກອງປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ​ຈີນ-ລາວ​ຄັ້ງ​ທີ2​ທີ່​ພັກ​ກອມ​ມູນິດ​ຈີນ​ແລະ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ຮ່ວມ​ກັນ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ. ທ່ານ​ຫຼິວສີ​ປາວ ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ເລຂາ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາອົບຮົມ​ສູນ​ກາງ​ພັກ ​ແລະ​ທ່ານ​ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ເລຂາ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ກຳມະການ​ກວດກາລະບຽບ​ວິ​ໄນ​ສູນ​ກາງ​ພັກ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ​ສຳຄັນ.

ທ່ານ​ຫຼິວສີ​ປາວ​ກ່າວ​ວ່າ, ພັກ​ກອມ​ມູນິດ​ຈີນ​ແລະ​ພັກ​ປະຊາຊົນ​ປະຕິວັດ​ລາວ​ລ້ວນ​ແຕ່​ແມ່ນ​ພັກ​ກຳ​ອຳນາດ​ລັດທິ​ມາກ, ສອງ​ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ນຳ​ກັນ​ມີ​ຜົນ​ດີ​ຕໍ່​ການ​ກໍ່ສ້າງ​ສອງ​ພັກ. ພັກ​ປະຊາຊົນ​ປະຕິວັດ​ລາວ​ມີ​ບົດຮຽນ​ແລະພຶດຕິ​ກຳ​ຫຼາຍ​ຢ່າງ​ທີ່ໃຫ້​ສະຫາຍ​ຈີນ​​ໄດ້​ຖອດ​ຖອນ​ບົດຮຽນ​ນຳ, ຫວັງ​​ໃຫ້​ສອງ​ຝ່າຍ​ຈົ່ງ​ນຳ​ໃຊ້​ງານ​ສຳມະ​ດາ​ທິດ​ສະ​ດີ​ໃຫ້​ດີ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ, ຍົກ​ລະດັບການ​ພົວພັນ​ລະຫວ່າງ​ສອງ​ພັກ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ບຸນ​ທອງ​ ຈິດ​ມະນີກ່າວ​ວ່າ, ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ດ້ານ​ການ​ກໍ່ສ້າງ​ດ້ານ​​ແບບ​ແຜນ​ວິທີ​ເຮັດ​ວຽກ, ການ​ປົກຄອງ​ຢ່າງ​ປອດ​ໃສ​ຂາວ​ສະອາດລະ​ຫວ່າງ​ສອງ​ພັກ​ຕື່ມ​ອີກ, ຊຸກຍູ້​ໃຫ້ການ​ກໍ່ສ້າງ​ຂອງ​ສອງ​ພັກ​ແລະ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ລາວ​ຈີນ​ໃຫ້​ລົງ​ສູ່​ລວງ​ເລິກ.