ຈີນ​ຈະສະ​ເໜີ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວປີ2022

(GMT+08:00) 2013-11-06 18:06:12     cri
ວັນ​ທີ 5 ພະຈິກ​ນີ້, ຄະນະ​ກຳມະການ​​ໂອ​ລິ​ມປິກ​ຈີນ​ແຈ້ງ​ໃຫ້​ຊາ​ບວ່າ, ນະຄອນຫຼວງ​ປັກ​ກິ່ງ​ແລະນະຄອນ​ຈ່າງ​ເຈ່ຍ​ໂຂ​ວ ​ແຂວງ​​ເຮີ​ເປີ​ຍ​ໄດ້​ຍື່ນ​ຄຳ​ຮ້ອງ​ໃຫ້​ຄະນະ​ກຳມການ​ໂອ​ລິ​ມປິກ​ຈີນ​ຢ່າງ​ເປັນ​ທາງ​ການ​ເພື່ອ​ສະ​ເໜີ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປີ2022. ຄະນະ​ກຳມະການ​ໂອ​ລິ​ມປິກ​ຈີນ​ໄດ້​ອະນຸມັດ​ຂໍ້​ສະ​ເໜີດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ແລ້ວ,​ແລະ​ໄດ້​ສົ່ງ​ຈົດໝາຍ​ໄປຍັງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​​ເພື່ອ​ສະ​ເໜີ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະ​ດູ​ໜາວ​ໃນ​ນາມ​ນະຄອນຫຼວງ​ປັກ​ກິ່ງ.

ໃນເດືອນກໍລະກົດປີ2014, ຄະນະ​ບໍລິຫານ​ງານ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ຈະຄັດ​ເລືອກ​ເອົາ​ບັນຊີ​ລາຍ​ຊື່ຕົວ​ເມືອງ​ທີ່​​ເຂົ້າ​ຮອບ​ແຂ່ງຂັນ​ສິດ​ເປັນ​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມປິກ​ລະດູ​ໜາວ​ປີ2022.