ຈັດ​ກອງ​ປະຊຸມຖະ​ແຫຼ​ງຂ່າວ​​ເທື່ອ​ທີ 3 ກ່ຽວ​ກັບ​ການ​ແນະນຳ​ຜະລິດ​ຕະພັນ​ຫຍີ່​ຫໍ້​ດັງ​ເຊິ່ງກັນ​ແລະ​ກັງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ

(GMT+08:00) 2013-11-06 18:10:07     cri

ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​​ເທື່ອ​ທີ 3 ກ່ຽວ​ກັບ​ການ​ແນະນຳ​ຜະລິດ​ຕະພັນ​ຫຍີ່​ຫໍ້​ດັງ​ເຊິ່ງກັນ​ແລະ​ກັນລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ວັນ​ທີ 6 ພະຈິກ​ນີ້ ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ.ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໄດ້​ເປີດ​ເຜີຍ​ "ບັນຊີ​ລາຍ​ຊື່ຜະລິດ​ຕະພັນ​ຫຍີ່​ຫໍ້​ຊື່​ດັງ​ຂອງ​ຈີນ​ທີ່​ແນະນຳ​ໃຫ້​ອາ​ຊຽນງວດ​ທີ 3"ຊຶ່ງ​ລວມ​ມີວິ​ສາ​ຫະກິດ​ຈີນ 50 ​ແຫ່ງ ​ແລະ"ບັນຊີ​ລາຍ​ຊື່​ຜະລິດ​ຕະພັນ​ຫຍີ່​ຫໍ້​​ດັງ​ຂອງ​ອາ​ຊຽນທີ່​ແນະນຳ​ໃຫ້​ຈີນ​ງວດ​ທີ 3" ມີ​ວິ​ສາ​ຫະກິດ​ອາ​ຊຽນ 50 ​ແຫ່ງ.

ທ່ານສູນິງໆ(ຜູ້ຢູ່ກາງ)ປະກອບຄຳຄິດຄຳເຫັນຢູ່ທີ່ກອງປະຊຸມ

ທ່ານ​ສູ​ນິງໆ ຮອງ​ເລຂາທິການ​ປະຈຳ​ສະພາ​ການ​ຄ້າ​ຈີນ-ອາ​ຊຽນກ່າວ​ວ່າ, ການ​ຈັດ​ກິດຈະກຳ​ແນະນຳ​ຜະລິດ​ຕະພັນ​ຫຍີ່​ຫໍ້​ ​ດັງ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນມີ​ຈຸດປະສົງ​ເພື່ອ​ປັບປຸງ​ໂຄງ​ປະກອບ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ຮ່ວມ​ກັນ​ເພີ່ມ​ທະວີ​ກຳລັງ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ​ ​ຫຍີ່​ຫໍ້​ດັງ​ຂອງ​ເຂດ​ການ​ຄ້າ​ເສລີ​ໃນ​ຕະຫຼາດ​ສາກົນ.

ທ່ານ​ອົງ​ຊົງ​ຢີ ທີ່​ປຶກສາ​ເສດຖະກິດ​ຊັ້ນ​ອັກຄະ​ລັດຖະທູດ​ມາ​ເລ​ເຊຍ​ປະຈຳ​ຈີນ​ກ່າວ​ວ່າ, ຕະຫຼາດ​ຈີນ​ມີ​ອະນາຄົດ​ທີ່​ກວ້າງຂວາງ, ຫວັງ​ຢາກ​ໃຊ້​ໂອກາດ​ຈັດ​ກິດຈະກຳ​ເທື່ອ​ນີ້​ຊ່ວຍ​ວິ​ສາ​ຫະກິດ​ຂອງ​ອາ​ຊຽນກຳ​ໂອກາດ​ໃຫ້​ໄດ້, ພ້ອມ​ທັງ​ຊ່ວຍ​ວິ​ສາ​ຫະກິດ​ຈີນ​ຮັບ​ຮູ້​ວິ​ສາ​ຫະກິດ​ອາ​ຊຽນອີກ​ດ້ວຍ.