ຟີ​ລິບ​ປິນກ່າວ​ວ່າ ກຳລັງພະຍາຍາມຊອກ​ຊ່ອງ​ທາງ​ເພື່ອ​​ເຮັດ​ໃຫ້​ສອງ​ຝ່າຍ​ຮູ້​ສຶກເພິ່ງ​ພໍ​ໃຈ​​ໃນເຫດການ​ຕົວ​ປະກັນຊາວ​ຮົງ​ກົງ​ຈີນ

(GMT+08:00) 2013-11-06 11:08:07     cri
ວັນ​ທີ 5 ພະຈິກ​ນີ້, ທ່ານ​ເອວ​ເບີດ ​ເດ​ວ ​ໂຣຊາ​ຣີ​ໂອ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນກ່າວ​ວ່າ, ຟີ​ລິບ​ປິ​ນກຳລັງ​ພະຍາຍາມຊອກ​ຫາ​ຊ່ອງ​ທາງ​ໃນ​ການແກ້​ໄຂ​ບັນຫາ​ທີ່​ເຮັດ​ໃຫ້​ສອງ​ຝ່າຍຮູ້​ສຶກ​ເພິ່ງພໍ​ໃຈ​ໃນ​ລະດັບ​ໃດ​ໜຶ່ງກ່ຽວ​ກັບ​ເຫດການ​ຕົວ​ປະກັນ​ໃນປີ 2010. ນັກວິ​ເຄາະ​ເຫັນ​ວ່າ, ທ່າ​ທີ​ຂອງ​ທ່ານ​ເອວ​ເບີດ ​ເດ​ວ ​ໂຣຊາ​ຣີ​ໂອ​​ແມ່ນ​ການ​ຕອບ​ໂຕ້​ຕໍ່​ຄຳ​ເວົ້າ​ທີ່ທ່ານ​ລຽງ​​ເຈີ້ນ​ອິ່ງ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງປະກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ພະຈິກ​ນີ້​ໂດຍ​ກ່າ​ວວ່າ, ຖ້າການ​ເຈລະຈາລະຫວ່າງ​ເຂດ​ພິ​ເສດ​ຮົງ​ກົງ​ຈີນ-ຟີ​ລິບ​ປິນກ່ຽວ​ກັບ​ເຫດການ​ຕົວ​ປະກັນບໍ່​ສາມາດ​ໄດ້​ຮັບ​ໝາກຜົນ​ທີ່​ມີ​ລັກສະນະ​ຂັ້ນ​ຕອນ​ພາຍ​ໃນໜຶ່ງ​ເດືອນ, ​ເຂດ​ພິ​ເສດ​ຮົງ​ກົງ​ກໍ່​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລົງ​ໂທດ​ຕໍ່​ຟີ​ລິບ​ປິນທັນທີ.