ຣັດ​ເຊ​ຍຈະ​ມອບ​ກຳ​ປັ່ນ​ດຳ​ນ້ຳທີ່​ແລ່ນ​ດ້ວຍ​ນ້ຳມັນ​ກາ​ຊວນ​ແລະ​ແບັດ​ເຕີ​ລີ​ລຳ​ໜຶ່ງ​ໃຫ້​ແກ່​ຫວຽດນາມ

(GMT+08:00) 2013-11-06 11:08:58     cri
ຕາມ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ຣັດ​ເຊຍ​ຈະ​ມອບ​ກຳ​ປັ່ນ​ດຳ​ນ້ຳທີ່​ແລ່ນ​ດ້ວຍ​ນ້ຳມັນ​ກາ​ຊວນ​ແລະ​​ແບັດ​​ເຕີ​ລີຮຸ່ນ 636 ລຳ​ທຳ​ອິດ​ໃຫ້​ແກ່​ຫວຽດນາມ​ໃນ​ວັນ​ທີ 7 ພະຈິກ​ນີ້. ກຳ​ປັ່ນ​ລຳ​ນີ້​ຈະ​ກາຍ​ເປັນ​ກຳ​ປັ່ນ​ດຳ​ນ້ຳ​ລຳ​ທຳ​ອິດ​ໃນ​ປະຫວັດສາດ​​ຂອງ​ກອງທັບ​ເຮືອ​ຫວຽດນາມ. ​ສອງ​ຝ່າຍ​ຈະ​ເຊັນເອກະສານ​ມອບ​ຮັບ​ກຳ​ປັ່ນ​ດຳ​ນ້ຳຢູ່​ນະຄອນ​ເຊັນ​ປີ​ເຕີ​ສະ​ເບີກ​ຂອງຣັດ​ເຊຍ​ໃນ​ວັນ​ທີ 7 ພະຈິກ​ນີ້, ​ແຕ່​ກຳ​ປັ່ນ​ດຳ​ນ້ຳຍັງ​ຈະ​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ​ໃນ​ໄລຍະ​ເວລາ​ຕໍ່​ໄປ​​ເພື່ອ​ລໍຖ້າ​ການ​ຂົນ​ສົ່ງ ຄາດ​ວ່າກອງທັບ​ເຮືອ​ຫວຽດນາມ​ຈະ​ໄດ້​ຮັບ​ກຳ​ປັ່ນ​ດຳ​ນ້ຳ​ໃນ​ທ້າ​ຍ​ເດືອນ​ທັນວາ​ໜ້າ​ນີ້, ​ແລະ​ເລີ່​ມນ້ຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ປີ 2014.

ຣັດ​ເຊຍ​ແລະ​ຫວຽດນາມ​​ໄດ້​ເຊັນ​ສັນຍາ​ຈັດ​ຊື້ກຳ​ປັ່ນ​ດຳ​ນ້ຳດ້ວຍ​ນ້ຳມັນ​ກາ​ຊວນ​ແລະ​ເບັດ​ເຕີ​ລີ​ຮຸ່ນ 636​ ​ໃນ​ປີ 2009, ຍອດ​ມູນ​ຄ່າ​ມີ​ປະມານ 2 ຕື້​ໂດ​ລາ. ອີງ​ຕາມ​ສັນຍາ, ຣັດ​ເຊຍ​ຈະ​ມອບ​ກຳ​ປັ່ນ​ດຳ​ນ້ຳຮຸ່ນ​ນີ້​ຈຳ​ນວນ 6 ລຳ​ໃຫ້​ແກ່​ຫວຽດນາມ​ກ່ອນ​ປີ 2016, ​ແລະ​ຮັບຜິດຊອບ​ການ​ອົບຮົມ​ບຸກຄະລາ​ກອນ​ທີ່​ກ່ຽວຂ້ອງຕື່ມ​ອີກ.