ຝ່າຍ​ຕໍ່ຕ້ານ​ລັດຖະບາ​ນຊີຣີປະຕິ​ເສດ​ການ​ເຈລະຈາ​ສັນຕິພາບ​​ເວລາ​ຈັດການ​ເຈລະຈາ​ຄັ້ງ​ທີ 2ທີ່​ເຊີ​​ແນວ​ຂອງ​ສະ​ວິສອາດຈະເລື່ອນອອກໄປ ​

(GMT+08:00) 2013-11-06 15:46:38     cri
ວັນ​ທີ 5 ພະຈິກ​ນີ້, ຢູ່​ນະຄອນ​ເຊີ​ແນວ​ຂອງ​ສະ​ວິສ, ທ່ານ​ລັກ​ຮາ​ດາ ບຼາຣີມີ ຜູ້ຕາງໜ້າ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ຊີຣີຂອງອົງການ​ສະຫະ​ປະຊາ​ຊາດ​-ສັນນິບາດ​ອາ​ລັບ​ກ່າວ​ວ່າ, ວັນ​ເວລາ​ຈັດ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນຫາ​ຊີຣີຍັງ​ບໍ່​ສາມາດ​ກຳນົດ​ໃນ​ຂັ້ນສຸດ​ທ້າຍໄດ້.

​ເພື່ອທຳ​ການ​ກະກຽມກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ 2 , ທ່ານ​ລັກ​ຮາ​ດາ ບຼາຮີ​ມີ​​ໄດ້​ພົບ​ປະ​ເຈລະຈາ​ກັບ​ຜູ້ຕາງໜ້າ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ຫຼາຍ​ເທື່ອ, ທຳ​ອິດ​ທ່ານ​ລັກ​ຮາ​ດາ ບຼາຮີ​ມີ​ໄດ້​ພົບ​ປະ​ເຈລະຈາ​ກັບ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ສອງ​ທ່ານ​ຄື: ທ່ານ​ມິກຮາ​ຍ ​ໂບກ​ດາ​ໂນ​ວາ ​ແລະ​ທ່ານ​ເກີນ​ນາ​ດີ ກາ​ຕີ​ໂລວ໌ ​ພ້ອມດ້ວຍ​ທ່ານ​ເວີນດີ ​ເຊີ​ມານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາຕາມ​ລຳດັບ. ຫຼັງ​ຈາກ​ນັ້ນ, ທ່ານ​ລັກ​ຮາ​ດາ ບຼາຮີ​ມີ​ຍັງ​ໄດ້​ພົບ​ປະ​ເຈລະຈາ​ກັບຜູ້ຕາງໜ້າຖາວອນຂອງ 5 ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ແລະຜູ້ຕາງໜ້າຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຊີຣີ​ເຊັ່ນ: ຊັອກດາ​ນີ, ອີຣັກ, ລີ​ບັງ​ແລະ​ຕວກກີ​ເປັນ​ຕົ້ນ ​ພ້ອມດ້ວຍຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ມະນຸດ​ສະທຳ​ສາກົນ.

ຜ່ານ​ການ​ເຈລະຈາ 4 ຮອບ​ເປັນ​ເວລາ 1 ວັນ​ແລ້ວ, ພາຍຫຼັງ​ສິ້ນ​ສຸດການ​ເຈລະຈາ​ໃນ​ຕອນ​ຄ່ຳ​ວັນ​ທີ 5 ພະຈິກ​ນີ້ ທ່ານ​ລັກ​ຮາ​ດາ ບຼາຮີ​ມີ​ຍັງ​ໄດ້​ແຈ້ງ​ຂ່າວ​ກ່ຽວ​ກັບ​ການ​ທີ່​ຈະ​ເລື່ອນ​ເວລາ​ຈັດ​ກອງ​ປະຊຸມ​ຕໍ່​ສື່​ມວນ​ຊົນ.