ນາຍົກ​ໄທກ່າວ​ວ່າ ຖ້າ​ວຸດ​ທິສະພາ​ຢັບຢັ້ງ​ ລັດຖະບານ​ກໍ​ຈະ​ຖອນ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ

(GMT+08:00) 2013-11-06 10:46:19     cri
ຕາມ​ຂ່າວ​ຈາກ​ໜັງສືພິມ​ຫຼຽນ​ເຫີ​ຈາວ​ປ້າວຂອງ​ສິງກະ​ໂປ, ຫວ່າງ​ມໍ່ໆ​ມາ​ນີ້, ການ​ປະ​ທ້ວງ​ຕ້ານ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ຂອງ​ໄທ​ໄດ້​ດຸ​ເດືອດຮຸນ​ແຮງ​ຂຶ້ນ​ເລື້ອຍໆ, ວັນ​ທີ5​ພະຈິກ​ນີ້, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານທາງ​ໂທລະພາບ​ຕໍ່ທົ່ວ​ປະ​ເທດ. ນາງກ່າວ​ວ່າ, ຖ້າ​ວຸດ​ທິສະພາ​ໄທ​ຢັບຢັ້ງ​ພະ​ລາຊະ​ບັນຍັດ​ດັ່ງກ່າວ, ພັກ​ກຳ​ອຳນາດ​ກໍ​ຈະ​ຖອນພະ​ລາຊະ​ບັນຍັດດັ່ງກ່າວ.

ວັນ​ທີ5​ພະຈິກ​ນີ້, ພາຍຫຼັງ​ກອງ​ປະຊຸມ​ຄະນະ​ລັດຖະບານ, ທ່ານ​ນາງ​ຍິ່ງ​ລັກ​ໄດ້​ຈັດກອງ​ປະຊຸມ​ຂ່າວ, ​ແລະ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ​​ໄປ​ທົ່ວ​ປະ​ເທດ. ນາງກ່າວ​ວ່າ, ລັດຖະບານ​ສະ​ເໜີ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ອອກ​ມາ​ແມ່ນ​ເພື່ອ​ຫຼຸດຜ່ອນ​ກາ​​ນ​ເປັນ​ປໍ​ລະ​ປັກ​ກັນ​ທາງ​ການ​ເມືອງ​ທີ່​ຍືດ​ເຍື້ອ​ມາ​ເປັນ​ເວລາ​ຫຼາຍ​ປີ, ​ແລະ​ສ້າງ​ຄວາມສາມັກຄີ​ປອງ​ດອງ​ພາຍ​ໃນ​ປະ​ເທດ​ຄືນ​ໃໝ່. ນາງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ໄທ​ຈົ່ງ​ມີ​ຈິດ​ໃຈ​ອະ​ໄພ​ໂທດ ພາຍຫຼັງ​ທີ່​ໄດ້​ແຕກ​ແຍກກັນ​ມາ​ເປັນ​ເວລາ​ຫຼາຍ​ປີ, ​ຖອດ​ຖອນ​ບົດຮຽນ​ໃນ​ອະດີດ​ເພື່ອ​ຟື້ນ​ຟູ​ຄວາມ​ສະຫງົບ​ສຸກ​ທາງ​ສັງຄົມ.

ທ່ານ​ນາງ​ຍິ່ງ​ລັກຍັງ​ໄດ້​ຮຽກຮ້ອງ​ໃຫ້​ສະມາຊິກ​ວຸດ​ທິສະພາທຸກ​ຖ້ວນ​ໜ້າ​ຈົ່ງ​ສະໜັບສະໜູນ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ຢ່າງ​ສຸດ​ຂີດ ​ໂດຍ​ຖື​ຄວາມ​ປອງ​ດອງ​ຊາດ​ເປັນ​ປະຖົມ​ປັດ​ໄຈ. ​ແຕ່​ນາງ​ຮັບປະກັນ​ວ່າ, ລັດຖະບານ​ຈະ​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ອົງການ​ນິຕິບັນຍັດ.