ເສດຖະກິດ​ຂອງຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່ຂຶ້ນໆ​ລົງໆ​ຈະ​ບໍ່​ມີ​ຜົນ​ກະທົບ​ຕໍ່​ການ​ຮ່ວມ​ມມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ

(GMT+08:00) 2013-11-06 14:32:58     cri
ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຍ້ອນ​ວ່າ​ປະ​ເທດ​ທີ່​ພັດທະນາ​ແລ້ວ, ​ໂດຍ​ສະ​ເພາະ​ປະ​ເທດ​​ທີ່​ມີ​ສະກຸນເງິນ​ແຂງ​ຕົ້ນຕໍ​ອາດ​ຈະ​ຢຸດຕິ​ນະ​ໂຍບາຍດ້ານ​ການ​ເງິນ​ລັກສະນະ​ຜ່ອນ​ຜັນ, ສະ​ນັ້ນ, ​ເສດຖະກິດ​ຂອງ​ປະ​ເທດ​ທີ່​ເປັນ​ຕະຫຼາດ​ຈະ​ເລີ​ນ​ໃໝ່​ແລະ​ປະ​ເທດ​ພວມ​ພັດທະນາ​ຈຳນວນ​ໜຶ່ງ​ໄດ້​ຂຶ້ນໆ​ລົງໆ, ​ແຕ່​ນີ້​ບໍ່​ໄດ້​ສະກັດ​ກັ້ນ​ທ່ວງທ່າ​ທີ່​ກຳລັງຂະຫຍາຍຕົວ​ຂອງ​ຕະຫຼາດ​ຈີນ​ອາ​ຊຽນທີ່ຢູ່​ພາຍ​ໃຕ້​ຂອບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ.

ຕົວ​​ເລກສະຖິຕິສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນສາມ​ໄຕ​ມາດ​ກ່ອນ​ໃນ​ປີ​ນີ້, ​ໃນ​ເປົ້າ​ໝາຍ​ຕົ້ນຕໍ​ດ້ານ​ການ​ຄ້າ​ກັບ​ຕ່າງປະ​ເທດຂອງ​ຈີນ, ຕະຫຼາດ​ອາ​ຊຽນ​​ເປັນ​ໜຶ່ງ​ໃນ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ. ​ມາ​ຮອດ​ທ້າຍ​​ເດືອນ​ກັນຍາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນມີ​ເຖິງ322​ຕື້360​ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ11,6%​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້; ສ່ວນ​ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຂຶ້ນ6,7%​ໃນ​ໄລຍະ​ດຽວ​ກັນ, ​ແຕ່​ວ່າຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​​ເອີ​ລົບ​ໄດ້​ຫຼຸດ​ລົງ0,8% ​ແລະ​ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໄດ້​ຫຼຸດ​ລົງ7,9%.

ການ​ຫັນ​ການ​ຄ້າ​ເປັນ​ແບບ​ສະດວກ​ເປັນ​ພື້ນຖານ​ສຳລັບ​ຕະຫຼາດ​ຈີນ​ກັບ​ອາ​ຊຽນ​ໃຫ້​ສາມາດຮັບ​ມື​ກັບຜົນ​ກະທົບຂອງ​ທົ່ວ​ໂລກ. ນັບ​ແຕ່​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນສ້າງ​ສຳ​ເລັດ​ໃນ​ວັນ​ທີ1​ມັງກອນ2010​ມາ​ນີ້, ຕົ້ນ​ທຶນ​ການ​ຄ້າ​ຕ່ຳ​ໄດ້​ເຮັດ​ໃຫ້​ການ​ຮ່ວມ​ມື​ລະຫວ່າງວິ​ສາ​ຫະກິດສອງ​ຝ່າຍ​ໄດ້ຫັນ​ເຂົ້າ​ສູ່​ລວງ​ເລິກ​ເລື້ອຍໆ, ການ​ລົງທຶນ​ຂ້າມ​ຊາດ​ແລະການ​ຮ່ວມ​ມືດ້ານ​ອຸດສາຫະກຳ​​ໄດ້​ມີ​ຢູ່​ເລື້ອຍໆ.

ການ​​ໄປມາຫາສູ່​ກັນ​ເປັນ​ຢ່າງ​ດີ​ລະຫວ່າງ​ຈີນ​ກັບ​ອາ​ຊຽນກໍ​ເປັນ​ສິ່ງ​ຮັບປະກັນ​ທີ່​ໝັ້ນ​ແກ່ນ​ເພື່ອປ້ອງ​ກັນ​ຜົນ​ກະທົບຈາກ​ຕະຫຼາດ​ພາຍ​ນອກ. ກ່ອນ​ໜ້າ​ນີ້, ​​ໃນ​ເວລາ​ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຄະນະ​ຜູ້​ແທນ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ຂອງ10​ປະ​ເທດ​ອາ​ຊຽນ, ທ່ານ​ເຄີຍ​ກ່າວ​ວ່າ, ຈີນ​ສະໜັບສະໜູນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ໃນ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ພາກ​ພື້ນ, ຍິນ​ດີ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຢ່າງຮອບດ້ານ, ຍົກ​ລະດັບ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃຫ້​ສູງ​ຂຶ້ນ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ໃນ​ພາກ​ພື້ນ​ນີ້​ໃຫ້​ດີກ​ວ່າ​ເກົ່າ. ການ​ຮ່ວມ​ມື​ແລະ​ການ​ລົງທຶນ​ໄດ້​ກາຍ​​ເປັນ​ຈຸດ​ເດັ່ນ​ໃໝ່​ໃນ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.