ຊ່ຽວຊານ​ອາ​ເມ​ລິ​ກາ​ຄອງ​ຄອຍ​ວ່າ,ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ຈະ​ຊ່ວຍ​ຊຸກຍູ້​ຈີນ​ຍົກ​ລະດັບການ​ປະຕິຮູບ​ແລະ​​ເປີດ​ປະຕູ​ສູ່​ພາຍ​ນອກ

(GMT+08:00) 2013-11-07 16:23:06     cri
ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​​ໃກ້​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ຊ່ຽວຊານຄົ້ນຄວ້າ​ກ່ຽວ​ກັບຈີນ​ຈຳນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ເຫັນ​ວ່າ, ການ​ນຳ​ຂອງ​ຈີນ​ຈະ​ວາງ​ແຜນ​ປະຕິ​ຮູບ​ຢ່າງຮອບດ້ານ​ແລະ​ຂາດ​ຕົວຢູ່​ໃນ​ກອງ​ປ​ະຊຸມ​ຄັ້ງ​ນີ້, ມາດ​ຕະການ​ປະຕິ​ຮູບ​ເຫຼົ່າ​ນີ້​ຈະ​ມີ​ຄວາມ​ໝາຍ​ດ້ານ​ປະຫວັດສາດ​ທີ່​ສຳຄັນ​ຕໍ່ການ​ຫັນປ່ຽນ​ຮູບ​​ແບບ​ພັດທະນາ​ດ້ານ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ.

ວົງ​ການ​ວິຊາ​ການ​ຂອງ​ອາ​ເມ​ລິ​ກາ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ໜຶ່ງ​ທີ່​ສະ​ຖາ​ບັນ Brookings ຊຶ່ງ​ເປັນ​ສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິທີ່​ມີ​ຊື່​ສຽງ​ຂອງ​ນະຄອນ​ຫຼວງ​ວໍ​ຊິງຕັນ​ອາ​ເມ​ລິ​ກາ​ໄດ້​ຈັດ​ຂຶ້ນ​ໃນ​ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​​ໂຈ​ນາ​ຊັນ ​ໂປ​ລັກ ຫົວໜ້າ​ສູນ​ຈີນ​ຂອງ​ສະ​ຖາ​ບັນ​ດັ່ງກ່າວ​ໄດ້​ໃຫ້​ທັດສະນະ​ຂອງ​ຕົນ​ແຕ່​ທຳ​ອິດ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ຈະ​ເປັນ​ກອງ​ປະຊຸມ​ສຳຄັນ​ຄັ້ງ​ໜຶ່ງ​ທີ່​ປະຈັກ​ຕາ​ຊາວ​ໂລກ, ຖ້າ​ເວົ້າ​ວ່າ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 11 ຂອງ​ພັກ​ຄອມ​ມູນິດ​ຈີນ​​​ເມື່ອ 35 ປີ​ກ່ອນ ​ໄດ້​ກຳນົດ​ທິດ​ທາງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລ້ວ, ພວກ​ເຮົາ​ກໍ່​ສາມາດ​ເວົ້າ​ໄດ້​ວ່າ,ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ທີ່​ຈະ​ໄຂ​ຂຶ້ນ​ໃນ​​ໄວໆ​ນີ້​ກໍ່​ຈະ​ເປັນ​ການ​ເປີດ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຈີນ​ຕື່ມ​ອີກ.

ທ່ານ​ເດ​ວິດ ​ໂດ​ລາ  ນັກ​ເສດຖະສາດອາ​ເມ​ລິ​ກາ​ທີ່​ເຄີຍ​ເປັນ​ຫົວໜ້າ​ກົມ​ປະ​ເທດ​ຈີນ​ຂອງ​ທະນາຄານ​ໂລກ​ແລະ​ທູດ​ພິ​ເສດ​ດ້ານ​ເສດຖະກິດ​ແລະ​ການ​ທະນາຄານ​ຕໍ່​ຈີນ​ຂອງ​ກະຊວງ​ການ​ເງິນ​ອາ​ເມລິ​ກາ​ໄດ້​ເອີ້ນ​ "ນະ​ໂຍບາຍ​ການ​ຫັນປ່ຽນ​ຮູບ​​ແບບ​ພັດທະນາ​ເສດຖະກິດ" ​ເປັນ​ຍຸດ​ທະ​ສາດ​ດຸນ​ດ່ຽງ​ຄືນ​ໃໝ່​ຂອງ​ຈີນ. ທ່ານ​ເຫັນ​ວ່າ, ການ​ປະຕິ​ຮູບ​ລະບຽບການ​ສຳມະ​ໂນ​ຄົວ, ​ເຮັດ​ໃຫ້​ຊາວ​ກະສິກອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຫຼາຍ​ຍິ່ງ​ຂຶ້ນ​ຈາກ​ຂະ​ບວນການ​ຫັນ​ເປັນ​ຕົວ​ເມືອງ​ນັ້ນ​ຄວນ​ເປັນ​ຂອດ​ສຳຄັນ 2 ຂອດ​ໃນ​ຍຸດ​ທະ​ສາດ​ດັ່ງກ່າວ​ນີ້.

​ແຕ່​ວ່າ, ທ່ານ​ວິນລຽມ ຈອນ​ສ ບັນນາທິການ​ຜູ້​ອາວຸ​ໂສ​ຂອງ​ວາລະສານ​ຂໍ້​ມູນ​ຂ່າວສານ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຫຼື Executive Intelligence Review ​ໄດ້​ຕັກ​ເຕືອນ​ລັດຖະບານ​ຈີນ​ວ່າ​ຄວນ​ປະຕິບັດ​ການ​ຢ່າງ​ລະມັດລະວັງ​ໃນ​ການ​ເປີດ​ຕະຫຼາດ​ການ​ເງິນ​ຂອງ​ຈີນ​ຕໍ່​ພາຍ​ນອກ​ຕື່ມ​ອີກ.

ນັກວິຊາການ​ຫຼາຍ​ທ່ານ​ລ້ວນ​ແຕ່​ເຫັນ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້​ຈະ​ກຳນົດ​ເປົ້າ​ໝາຍ​ແລະ​ທິດ​ທາງ​​ໃໝ່ໃຫ້​ແກ່​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ, ​ແລະ​ກາຍເປັນ​ຫຼັກ​ໝາຍ​ອີກ​ອັນ​ໜຶ່ງ​ໃນ​ປະຫວັດ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ.