ກະຊວງ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ຂອງ​ສ ​ເກົາຫຼີ​ເປີດ​ເຜີຍ​ແຜນ​ການພື້ນຖານ​ກ່ຽວ​ກັບນະ​ໂ​ຍບາຍ​ ​ຕໍ່ສປປ ​ເກົາຫຼີ ​ໃນ​ໄລຍະ 5 ປີ​ຕໍ່ໜ້າ

(GMT+08:00) 2013-11-07 17:09:19     cri
ວັນ​ທີ 7 ພະຈິກ​ນີ້, ກະຊວງ​ທ້ອນ​ໂຮມ​ປະ​ເທດ​ຊາ​ດ​ເຂົ້າ​ເປັນ​ເອກະ​ພາບ​ຂອງ​ສ ​ເກົາຫຼີ​ໄດ້​ເປີດ​ເຜີຍ​ແຜນ​ການ​ພື້ນຖານ​ກ່ຽວ​ກັບນະ​ໂຍບາຍ​ຕໍ່ສປປ ​ເກົາຫຼີ ​ໃນ​ໄລຍະ 5 ປີຕໍ່ໜ້າ​ຄື​ແຕ່​ປີ 2013​ ຫາ​ປີ 2017. ​ແຜນການ​ 5 ປີສະບັບ​ນີ້ ມີ​ຊື່ວ່າ "​ແຜນການ​ພື້ນຖານ​ຄັ້ງ​ທີ 2 ກ່ຽວ​ກັບ​ການ​ພັດທະນາການ​ພົວພັນ​ລະຫວ່າງ​ສ ​ເກົາຫຼີ ກັບ ສປປ ​ເກົາຫຼີ", ​ແຜນການ​ນີ້​ໄດ້ ​ຍື່ນ​ໃຫ້​ສະພາ​ແຫ່ງ​ຊາດນຳ​ໄປ​ຄົ້ນຄວ້າພິຈາລະນາ​ແລ້ວ.

ຕາມຂ່າວສານ​ຢົນຮັບ​ຂອງ​ສ ​ເກົາຫຼີລາຍ​ງານ​ວ່າ, ​ເນື້ອ​​ໃນ​ຕົ້ນຕໍ​ຂອງ​ແຜນການ​ສະບັບ​ນີ້​ລວມທັງ​ 2 ເປົ້າ​ໝາຍ​ໃຈກາງ​ແລະ​ 4 ທິດ​ທາງ​ພື້ນຖານ ​ຂອງນະ​ໂຍບາຍ​ທີ່​ປະຕິບັດ​ຕໍ່ສປປ ​ເກົາຫຼີ. ​ໃນ​ນັ້ນ, ​2 ​ເປົ້າ​ໝາຍ​​ໃຈກາງ​ແມ່ນ ຜ່ານ​ຈາກ​ຂະ​ບວນການ ​​ເຊື້ອ​ໝັ້ນ​ລະຫວ່າງ​ສອງ​ເກົາຫຼີ​ເພື່ອ​ຊຸກຍູ້​ການພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ຂະຫຍາຍຕົວ, ທຳ​ການ​ກະກຽມ​ເພື່ອ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ຂອງ​ແຫຼມ​ເກົາຫຼີ. ສ່ວນ 4 ທິດ​ທາງ​ພື້ນຖານ​ມີ​ການຊຸກຍູ້​ຄວາມ​ໝັ້ນຄົງ​ກັບ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃຫ້​ພັດທະນາ​ຢ່າງ​ກ້ຳ​ເກິ່ງກັນ, ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ແກ່​ການ​ຊຸກຍູ້​​ໃຫ້ ສປປ ​ເກົາຫຼີ​ປ່ຽນ​ທ່າ​ທີ​ຂອງ​ຕົນ, ດຳ​ເນີນ​ການ​ກະກຽມ​ໂດຍ​ຈັດ​ວາງໄລຍະ​ເພື່ອ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ຂອງ​ແຫຼມ​ເກົາຫຼີ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ແລະ​ສັນຕິພາບ​ຂອງ​ໂລກ.

ຕາມ​ແຜນການ​ສະບັບ ​ນີ້, ລັດຖະບານ​ສ ​ເກົາຫຼີ​ຈະ​ຄົ້ນຄວ້າ​ບັນຫາ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ການ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສ ​ເກົາຫຼີ ກັບສປປ ​ເກົາຫຼີ​ຄືນ​ໃໝ່,ນະ​ໂຍບາຍ​ການອະ​ນຸຍາດ​ການ​ລົງທຶນ​ຕໍ່ສປປ ​ເກົາຫຼີ ​ແລະ​ບັນຫາ​ອື່ນໆ​ອີກ​ໃນ​ເວລາ​ທີ່​ມີ​ເງື່ອນ​ໄຂ​ພ້ອມ​ພຽງ. ​ໃນ​ບັນຫາ​ກ່ຽວ​ກັບ​ເຂດ​ນິຄົມ​ອຸດສາຫະກຳ​ເຄຊົງ, ລັດຖະບານ​ສ ​ເກົາຫຼີ​ຈະ​ອີງ​ຕາມ​ການ​ຜັນ​ແປ​​ແລະ​ການ​ຂະຫຍາຍຕົວຂອງ​ການ​ພົວ​ພັນ​ລະຫວ່າງ​ສ ​ເກົາຫຼີ​ກັບສປປ​ເກົາຫຼີ, ດຳ​ເນີນ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ບັນຫາ​ ຈະ​ເປີດ​ກວ້າງ​ເຂດ​​ເສດຖະກິດ​ພິ​ເສດສ​ ​ເກົາຫຼີ​ແລະ​ສປປ ​ເກົາຫຼີ​ຫຼື​ບໍ່.