"ເຂົ້າພັນສີທອງ"ທີ່ດັດ​ແປງ​ພັນທຸ​ກຳຫຼືຈີເອມ​ອາດ​ຈະ​ໄດ້​ຮັບ​ການ​ອະນຸຍາດ​ໃຫ້​ຜະລິດ​ຢູ່​ຟີ​ລິບ​ປິນພາຍ​ໃນ​ຫຼາຍ​ປີຂ້າງ​ໜ້າ

(GMT+08:00) 2013-11-07 10:37:02     cri
ວັນ​ທີ 5 ພະຈິກ​ນີ້, ອົງການ​ຈັດ​ຕັ້ງ​ຄົ້ນຄວ້າ​ສາກົນ​ແລະ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຟີ​ລິບ​ປິນກ່າວ​ວ່າ, "ເຂົ້າພັນສີທອງ"ທີ່ດັດ​ແປງ​ພັນທຸ​ກຳທີ່​ຈຳໜ່າຍ​ຢູ່​ຟີ​ລິບ​ປິນ​ອາດ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ຜະລິດ​ຢູ່​ຟີ​ລິບ​ປິນ​ໄດ້ພາຍ​ໃນ​ຫຼາຍ​ປີຂ້າງ​ໜ້າ. ຜູ້​ປະສານ​ງານ​ໂຄງການ​ເຕັກ​ນິກຊີວະ​ພາບ​ຂອງ​ກະຊວງ​ກະສິກຳ​ຟີ​ລິບ​ປິນທ່ານໜຶ່ງ​ກ່າວ​ວ່າ, ຟີ​ລິ​ບປິນ​ໄດ້​ສຳ​ເລັດ​ການ​ທົດ​ລອງປູກ​ "ເຂົ້າພັນສີທອງ"​ແລ້ວ, ​ໃນ​ໄລຍະ​ນີ້ ຈະຜ່ານການ​ທົດ​ລອງ​ເພື່ອ​ຢືນຢັນ​ຄວາມ​ປອດ​ໄພ​ທີ່​ຈະກິນ​ແລະ​ປູກ​ເຂົ້າ​ດັດ​ແປງ​ພັນທຸ​ກຳ​ຊະນິດ​ນີ້​ຢ່າງ​ກວ້າງຂວາງ.

​ແຕ່​ວ່າ, ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຫຼາຍ​ແຫ່ງ​​ໄດ້​ຕໍ່ຕ້ານ​ການ​ຂະຫຍາຍ​ພັນ​ເຂົ້າ​ຊະນິດ​ນີ້, ສາ​ເຫດ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ເຂົ້າ​ປະ​ເພດ​ນີ້​ອາດ​ຈະ​ເກີດ​ມີ​ຜົນຮ້າຍ​ຕໍ່​ຮ່າງກາຍ, ​ແລະ​ຜົນ​ຮ້າຍ​ແບບ​ນີ້​ອາດ​ຈະ​ກະທົບ​ເຖິງ​ພືດ​ທີ່​ບໍ່​ໄດ້ດັດ​ແປງ​ພັນທຸ​ກຳ​ຊະນິດ​ອື່ນ​ຢ່າງຮຸນ​ແຮງ.