ເຂດ​ຊິ່ນ​ຈ່ຽງຂອງ​ຈີນ​ຈັດ​ງານ​ແນະນຳ​ການທ່ອງທ່ຽວ​ຢູ່​ສິງກະ​ໂປ

(GMT+08:00) 2013-11-07 11:09:52     cri
​ເຂດ​ປົກຄອງ​ຕົນ​ເອງ​ອຸຍ​ເກີຊິ່ນ​ຈ່ຽງຈີນ​ໄດ້​ຈັດ​ງານ​ແນະນຳ​ການ​ທ່ອງ​ທ່ຽວຢູ່​ສິງກະ​ໂປ​ໃນ​ວັນ​ທີ 6 ພະຈິກ​ນີ້, ​ເພື່ອ​ໂຄສະ​ນາ​ເຜີຍ​ແຜ່​ຊັບພະຍາກອນ​ແລະ​ຜະລິດ​ຕະພັນ​ດ້ານ​ການທ່ອງທ່ຽວ​ຂອ​ງ​ເຂດ​ຊິ່ນ​ຈ່ຽງ, ​ເພື່ອ​ຊຸ​ກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ເຂດ​ຊິ່ນຈ່ຽງຂອງ​ຈີນ-ສິງກະ​ໂປ.

ຕາມ​ຂ່າວ​ແຈ້ງວ່າ​, ລະບົບ​ການ​ບໍລິກາ​ນດ້ານ​ການທ່ອງທ່ຽວ​ຂອງ​ເຂດ​ຊິ່ນ​ຈ່ຽງມີ​ຢ່າງອຸດົມສົມບູນ​ ​ໂຄງ​ຮ່າງຄົບ​ຖ້ວນ, ປະຈຸ​ບັນ​ໄດ້​ມີ​​ແຫຼ່ງທ່ອງ​ທ່ຽວ​ລະດັບ A​ ​ແຫ່ງ​ຊາດ 224 ​ແຫ່ງ, ​ໂຮງ​ແຮມ​ 3 ດາວ​ຂຶ້ນ​ໄປ 420 ​ແຫ່ງ, ບໍລິສັດ​ທ່ອງ​ທ່ຽວ​ປະ​ເພດ​ຕ່າງໆ 316 ​ແຫ່ງ, ລົດ​ທົວ5. 600 ກວ່າ​ຄັນ. ຜ່ານ​ກາ​ນກໍ່ສ້າງ​ເປັນ​ເວລາ​ຫຼາຍ​ປີ, ສູນ​ເຕົ້າ​ໂຮມ​ແລະ​​ແຈກ​ຢາຍ​ນັກ​ທ່ອງ​ທ່ຽວ ສູນ​ໃຫ້ຄຳ​ປຶກສາ​ ລະບົບ​ຕິດຕາມ​ກວດກາ​ຄຸນ​ນະພາບ​ດ້ານ​ການທ່ອງທ່ຽວ​ແລະການ​ຟ້ອງ​ຮ້ອງ​ດ້ານ​ການທ່ອງທ່ຽວ​ຂອງ​ແຫ່ງ​ຕ່າງໆ​ຂອງ​ເຂດ​ຊິ່ນ​ຈ່ຽງ​ໄດ້​ຮັບ​ການ​ປັບປຸງ​ໃຫ້ດີຂຶ້ນ​ຕື່ມ​ອີກ, ສາມາດ​ສະໜອງ​ການ​ບໍລິການ​ທີ່​ສະດວກ​ແລະສະບາຍ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ແລະ​ຕ່າງປະ​ເທດ.