ສິງກະ​​ໂປ​ເລີ່​ມດຳ​ເນີນ​ລະບົບ​ທົດ​ສອບ​ການ​ຜະລິດ​​ໄຟຟ້າ​ດ້ວຍຄື້ນນ້ຳ​ທະ​ເລ​ແຫ່ງ​ທຳ​ອິດ

(GMT+08:00) 2013-11-07 15:21:57     cri
ລະບົບຜະລິດ​​ໄຟຟ້າ​ດ້ວຍ​ກົງຫັນ​ຫຼື​ຕວກບິນ​ແຫ່ງ​ທຳ​ອິດ​ຂອງ​ສິງກະ​ໂປ​ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ຊັບ​ພະຍາກອນ​ຂອງ​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ນານ​ຢາງ ຫຼື NTUຂອງ​ສິງກະ​ໂປ​ໄດ້​ເລີ່​ມລົງມື​ທົດ​ລອງ​ໃນ​ວັນ​ທີ 6 ພະຈິກ​ນີ້, ​ເພື່ອ​ວັດ​ແທກ​ຄວາມ​ອາດ​ສາມາດ​ໃນ​ການ​ຜະລິດ​ໄຟຟ້າ​ດ້ວຍ​ຄື້ນນ້ຳ​ທະ​ເລ​ຢູ່​ເຂດ​ແຖບ​ຮ້ອນ.

ລະບົບ​ການ​ຜະລິດ​ໄຟຟ້າ​ດ້ວຍຄື້ນນ້ຳ​ທະ​ເລ​ນີ້​ປະກອບ​ດ້ວຍ​ເຄື່ງອຈັກ​ກົງຫັນ​ສອງ​​ເຄື່ອງ, ສອດຄ່ອງ​ກັບສະພາບນ້ຳ​ໄຫຼບໍ່​ແຮງ​ຢູ່ເຂດ​ແຄມ​ຝັ່ງ​ທະ​ເລສິງກະ​ໂປ​, ​ແລະ​ສາມາດ​ຮັບປະກັນ​​ການ​ຜະລິດ​ໄຟຟ້າທີ່​ມີ​ປະສິດທິພາບ​ທີ່​ສຸດ. ກຳລັງ​ໄຟຟ້າ​ທີ່ຜະລິດ​ໂດຍລະບົບ​ຜະລິດ​ໄຟຟ້າ​ດ້ວຍກົງຫັນ​ນີ້​ຈະ​ໃຊ້​ໃນ​ການ​ເຍືອງ​ຮຸ່ງ​ໃຫ້ຂົວ​ຂ້າມ​ທະ​ເລ, ປະລິມານ​ການ​ຜະລິດ​ໄຟຟ້າ​ຕໍ່​ຊົ່ວ​ໂມງ​ເທົ່າ​ກັບ​ປະລິມານ​ໄຟຟ້າ​ທີ່​ດອກ​ໄ​ຟ 15 ວັດ​ 70 ດອກ​ກິນ​ໄຟ​ລວມກັນ.

ການ​ຜະລິດ​ໄຟຟ້າ​ດ້ວຍ​ຄື້ນນ້ຳ​ທະ​ເລ​ແມ່ນ​ຂົງ​ເຂດ​ຄົ້ນຄວ້າ​ໃໝ່​ຢູ່​ ​ສິງກະ​ໂປ, ປະຈຸ​ບັນ ຄວາມ​ຕ້ອງການ​ດ້ານ​ພະລັງງານ​ຂອງ​ສິງກະ​ໂປມີ 80 %​ ​ແມ່ນ​ອາຍ​ແກັສທຳ​ມະ​ຊາດ, ພະລັງງານ​ແສງຕາ​ເວັນ​ແມ່ນ​ພະລັງງານ​ໝູນ​ວຽນທີ່​ຖືກ​ສິງ​ປະ​​ໂປ​ຈັດ​ເຂົ້າ​ໃນ​ຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​ພຽງ​ຢ່າງດຽວ.