ເຈົ້າ​ຂອງ​ເຮືອ​ແລະ​​ເຮືອ​ປະມົງ​ຂອງ​ຈີນ​ທີ່​ຖືກ​ຍີ່ປຸ່ນຈັບ​ຕົວ​ແລະ​ກັກ​ຂັງ​ໄວ້​ໄດ້​​ເດີນທາງ​ກັບ​ຄືນ​ປະ​ເທດ​ແລ້ວ

(GMT+08:00) 2013-11-07 15:22:46     cri
ຕາມ​ຂ່າວ​ຈາກ​ສະຖານ​ກົງສຸນ​ໃຫຍ່​ຈີນ​ປະຈຳ​​ຟູ​​​ໂອກາ​ຂອງ​ຍີ່ປຸ່ນ​ລາຍ​ງາ​ນວ່າ, ​ເຮືອ​ປະມົງ​ແລະ​ລູກ​ເຮືອ​ຂອງ​ຈີນ​ທີ່​ຖືກ​ຈັບຕົວ​ແລະ​ກັກ​ຂັງ​ ​ຍ້ອນ​ຖືກພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ເທິງ​ທະ​ເລ​ຍີ​ປຸ່ນ​ສົງ​ໄສ​ຫາ​ປາ​ຢ່າງ​ຜິດ​ກົດໝາຍ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຢູ່​ເຂດ​ທະ​ເລ​ເກາະ​ມີ​ຢາ​ໂຄ​ຂອງ​ແຂວງ​ໂອ​ຄີ​ນາ​ວາ​ນັ້ນ​ ປະຈຸ​ບັນ​ໄດ້​​ເດີນທາງ​ກັບ​ຄືນ​ປະ​ເທດ​ແລ້ວ​ໃນ​ເວລາ 17 ​ໂມງ​ຂອງ​ວັນ​ທີ 6 ພະຈິກ​ນີ້, ລະບຽບ​ການ​ທີ່​ກ່ຽວຂ້ອງ​ກໍ່​ໄດ້​ຮັບ​ການແກ້​ໄຂ​​ເປັນ​ຢ່າງ​ດີ.