ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້​ເສດຖະກິດ​ຈີ​ນ​ໄດ້​ເຕີບ​ໂຕ 9,8% ສະ​ເລ່ຍຕໍ່​ປີ

(GMT+08:00) 2013-11-07 11:04:59     cri
ວັນ​ທີ6​ພະຈິກ​ນີ້, ກົມ​ສິຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ຢູ່​ໃນ​ເວັບ​ໄຊ​ຂອງ​ຕົນ​ໂດຍ​ຊີ້​ອອກ​ວ່າ, ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ 35 ປີ​ມາ​ນີ້, ​ເສດຖະກິດ​ຈີນ​​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ຍອດ​ປະລິມານ​ເສດຖະກິດ​ໄດ້​ເພີ່ມ​ຂຶ້ນທຸກ​ປີ, ປີ 1979 ​ຫາ​ປີ 2012, ສະ​ເລ່ຍ​ແລ້ວ, ​ເສດຖະກິດ​ຈີນ​ໄດ້​ເຕີບ​ໂຕ 9,8% ຕໍ່​ປີ, ສ່ວນ​ຈັງຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ໃນ​ໄລຍະ​ດຽວ​ກັນ​ມີ​ພຽງ​ແຕ່ 2,8%.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ​ໄລຍະ​ແລະ​ຈັງຫວະການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ລື່ນ​ກາຍ​ໄລຍະ​ແລະ​ຈັງຫວະການ​ເຕີບ​ໂຕ​ຂອງ​ຍີ່ປຸ່ນ ​ແລະ "4 ມັງກອນ​ນ້ອຍ"ຂອງ​ອາຊີ ຄື ສ.​ເກົາຫຼີ, ​ໄຕ້​ຫວັນ​ຈີນ, ຮົງ​ກົງ​ຈີນ​ແລະ​ສິງກະ​ໂປ ​ທີ່ຢູ່​ໃນ​ໄລຍະ​ທີ່​ເສດຖະກິດ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​. ປີ 1978, ​ຍອດ​ປະລິມານ​ເສດຖະກິດ​ຈີນ​ເປັນ​ພຽງ​ອັນ​ດັບ​ທີ 10 ຂອງ​ໂລກ, ປີ 2010, ຈີນ​ໄດ້​ກາຍ​ເປັນ​ອົງກ​ອນ​ເສດຖະກິດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ; ຍອດ​ປະລິມານ​ເສດຖະກິດ​ຈີນ​ໄດ້​ກວມ 1,8% ຂອງ​ເສດຖະກິດ​ໂລກ​ໃນ​ປີ 1978, ປີ 2012 ​ໄດ້​ກວມ 11,5% ຂອງ​ເສດຖະກິດ​ໂລກ. ນັບ​ແຕ່​ວິ​ກິດ​ການດ້ານ​ການ​ເງິນ​ຂອງໂລກ​ເກີດ​ຂຶ້ນ​ມາ​ນີ້, ຈີນ​ໄດ້​ກາຍ​ເປັນ​ເຄື່ອງ​ຈັກ​ສຳຄັນ​ທີ່​ນຳພາ​​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ, ສະ​ເລ່ຍ​ແລ້ວ, ​ເສດຖະກິດ​ຈີນມີ​ອັດຕາ​ປະກອບສ່ວນ​ຕໍ່​ເສດຖະກິດ​ໂລກ​ ​​ຫຼາຍ​ກວ່າ 20%.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ, "35​ປີ​ທີ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ ​ເປັນ 35 ປີ​ທີ່​ປະຊາຊົນ​ຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ຫຼາຍ​ທີ່​ສຸດ​ແລະ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ​ໄວ​ທີ່​ສຸດ ​ໃນ​ປະຫວັດສາດ​ຂອງ​ຈີນ. "