ອຳນາດ​ການ​ປົກຄອງນະຄອນຫຼວງ​ມາ​ນີລາ​ຂອງ​ຟີ​ລິ​ບິນມີ​ໜີ້​ສິນຢ່າງ​ຫຼວງ​ຫຼາຍ

(GMT+08:00) 2013-11-07 11:05:32     cri
ຫວ່າງ​ມໍ່ໆ​ມາ​ນີ້, ກົມ​ກວດກາ​ບັນ​ຊີ​ຟີ​ລິບ​ປິນ​ເປີດ​ເຜີຍ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ທ້າຍ​ປີ 2012, ຍອດ​ຈຳນວນ​ໜີ້​ສິນ​ຂອງ​ອຳນາດ​ການ​ປົກຄອງ​ນະຄອນຫຼວງ​ມາ​ນີລາ​ຂອງ​ຟີ​ລິບ​ປິນມີ​ເຖິງ 3 ຕື້ 500 ລ້ານ​​ເປ​​ໂຊ  ເທົ່າກັບປະມານ 81 ລ້ານ 4​ແສນ​ໂດ​ລາ.

ບົດ​ລາຍ​ງານ​ຂຽນ​ວ່າ, ນັບ​ມາ​ຮອດ​ວັນ​ທີ 31 ທັນວາ 2012, ຍອດ​ຈຳນວນ​ໜີ້​ສິນ​ຂອງ​ອຳນາດ​ການ​ປົກຄອງ​ນະຄອນຫຼວງ​ມາ​ນີລາ​ມີ​ຫຼາຍ​ກວ່າ 3 ຕື້ 500 ລ້ານ​​ເປໂຊ, ສ່ວນ​ເງິນຢູ່​ໃນ​ຄັງ​ເງິນ​ຂອງ​ນະຄອນຫຼວງ​ມາ​ນີລາມີ​ພຽງ​ແຕ່ 1 ຕື້ 500 ລ້ານ​ເປ​ໂຊ, ​ແລະ​ບໍ່​ພຽງພໍ​ໃນ​ການ​ໃຊ້​ໜີ້​ໄດ້. ກົມ​ກວດກາ​ບັນຊີ​ຟີ​ລິບ​ປິນຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ນະຄອນຫຼວງ​ມາ​ນີລາ​ໃຊ້​ມາດ​ຕະການທີ່​ຈຳ​ເປັນ, ຫຼຸດ​ງົບປະມານ​ລາຍ​ຈ່າຍລົງ ​ແລະ​ປັບປຸງ​ສະພາບ​ດ້ານ​ການ​ເງິນ​ໃຫ້​ດີ​ຂຶ້ນ.