ສະພາ​ນິຕິ​ບັນຍັດ​ຮົງ​ກົງ​ຜ່ານ​ຮັບຮອງ​ຍັດຕິລົງ​ໂທດ​ຟີ​ລິບ​ປິນ

(GMT+08:00) 2013-11-08 16:00:01     cri
ຕອນ​ຄ່ຳວັນ​ທີ 7 ພະຈິກ​ນີ້, ສະພາ​ນິຕິບັນຍັດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ​ໄດ້​ຜ່ານ​ຮັບ​ຮອງ​ຍັດ​ຕິ​ທີ່​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ວ່າ​ດ້ວຍ​ການ​​ຊຸກ​ຍູ້​​ແລະ​ຮ້ອງ​ຂໍ​ໃຫ້​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ລົງ​ໂທດດ້ານ​ເສດຖະກິດ​ຕໍ່ຟີ​ລິບ​ປິນ, ໂດຍ​ຮຽກ​ຮ້ອງ​ໃຫ້ອົງການປົກຄອງ ເຂດ​ບໍ​ລິ​ຫານ​ພິ​ເສດຮົງກົງວາງມາດຕະ​ຖານ​ລົງໂທດດ້ານເສດ​ຖະ​ກິດ​ຕໍ່​ຟີ​ລິບ​ປິນ,ຊຶ່ງ​ລວມ​ທັງ​ຊຸກ​ຍູ້​ແລະ​ຮ້ອງ​ຂໍ​ໃຫ້​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ພິ​ຈາ​ລະ​ນາ​ຍຸດ​ຕິ​ການ​ຍົກ​ເວັ້ນ​ວີ​ຊາ​ໃຫ້​ນັກ​ທ່ອງ​ທ່ຽວ​ຟີລິບປິນ, ເຕືອນໃຫ້​ຟີລິບ​ປິນແກ້ໄຂ​ເຫດການສະເທືອນຂວັນທີ່​ນັກ​ທ່ອງ​ທ່ຽວ​ຮົງ​ກົງ​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ​ຢູ່ນະ​ຄອນ​ຫຼວງ​ມາ​ນີ​ລາ​ຂອງ​ຟີ​ລິບ​ປິນ.

ກ່ອນໜ້ານີ້, ທ່ານຫຼຽງເຈີ້ນຢິງ ຜູ້ວ່າການເຂດບໍລິຫານພິເສດຮົງກົງໄດ້ກ່າວວ່າ, ຖ້າ​ວ່າ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເຫດ​ການ​ຕົວ​ປະ ກັນ ບໍ່​ມີ ຄວາມ ຄືບ​ໜ້າ​ພາຍ​ໃນ 1 ເດືອນ, ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກໍ່​ຈະ​ໃຊ້​ມາດ​ຕະ ການ​ລົງ​ໂທດ​ຕໍ່​ຟີ​ລິບ​ປິນ.

ນອກ​ນີ້,​ຕາມ​ສື່​ມວນ​ຊົນ​ຟີ​ລິບ​ປິນ​ລາຍ​ງານ​ວ່າ, ທ່ານ​ໂຈເຊັຟ ເອັສ ຕຼາ ດາ ເຈົ້າ ຄອງ ນະ ຄອນ​ຫຼວງ​ມາ​ນີ​ລາ​ຂອງ​ຟີ​ລິ​ບ​ປິນ​ກ່າວ​ວ່າ, ຕ້ອງ​ການ​ເວ​ລາ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ປຶກ​ສາ​ຫາ​ລື​ກັບ​ອົງ​ການ​ປົກ​ຄອງ​ຮົງ​ກົງ​ກ່ຽວ​ກັບ​ເຫດ​ການ​ຕົວ​ປະ​ກັນ, ດ້ວຍ​ເຫດ​ນີ້​ຈິ່ງ​ຕົກ​ລົງ​ເລື່ອນ​ເວ​ລາ​ການ​ເດີນ​ທາງ​ໄປ​ຮົງ​ກົງ​ເພື່ອ​ຂໍ​ໂທດ ນຳ​ເຫດ​ການ​ຕົວ​ປະ​ກັນ.

ຕາງໜ້າ​ອົ​ງການ​ປົກ​ຄອງ​ນະຄອນຫຼວງ​ມາ​ນີລາຍື່ນ​ຈົດໝາຍ​ຂໍ​ໂທດ​ຢ່າງ​ເປັນ​ທາງ​ການ​ໃຫ້​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບຈາ​ກ​ເຫດການ​ຕົວ​ປະກັນ.