ທົ່ວ​ໂລກ​ເອົາ​ໃຈ​ໃສ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ທີ່​ຈະ​ວາງ​ແຜນ​ທີ່​ເສັ້ນທາງ​ພັດທະນາ​ໃນ​ອະນາຄົດ​ຂອງ​ຈີນ

(GMT+08:00) 2013-11-08 17:52:50     cri
ກ່ອນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ທີ່​ຈະ​ໄຂ​ຂຶ້ນ​ແລະ​ເປັນ​ທີ່​ດຶງ​ດູດ​ສາຍຕາ​ຂອງ​ຊາວ​ໂລກ, ບຸກຄົນ​ທີ່​ມີ​ຊື່​ສຽງ​ຂອງ​ຕ່າງປະ​ເທດ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ນີ້​ເປັນ​ກອງ​ປະຊຸມ​ທີ່​ມີ​ຄວາມ​ໝາຍ​ດ້ານ​ປະຫວັດສາດ​ທີ່​ສຳຄັນ​ຊຶ່ງ​ໄຂ​ຂຶ້ນ​ໃນ​​ໄລຍະທີ່​ສຳຄັນ​ຂອງ​ການ​ລົງ​ເລິກ​ການ​ປະຕິຮູບ​ຢ່າງຮອບດ້ານ​ຂອງ​ຈີນ, ​​ແລະ​ຈະ​ວາງ​ແຜນ​ທີ່​ເສັ້ນທາງ​ໃໝ່​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ຈີນ​ໃນ​ອະນາຄົດ.

ທ່ານ​ເຮ​ນຣີ ​ເປົາ​ເຊິ​ນ ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກ່າວ​ວ່າ, ນະ​ໂ​ຍບາຍ​ໃໝ່​ທີ່ຈະ​ຕົກລົງ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ຈະ​ເປັນ​ທິດ​ຊີ້​ນຳ​ປະ​ເທດ​ຈີນ​ໃຫ້​ມີ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​​ແລະ​ຍາວ​ນານ.

ທ່ານ​ອາ​ເລັກ​ເຊ ມາສ​ລັຟ ຫົວໜ້າ​ຫ້ອງ​ການຄົ້ນຄວ້າ​ວິຊາ​ຕາ​ເວັນ​ອອກ​ຂອງ​ສະ​ຖາ​ບັນ​ເສດຖະກິດ​ຊັ້ນ​ສູງຣັດ​ເຊຍ​ກ່າວ​ວ່າ, ຈີນ​ຈະ​ລົງ​ເລິກ​ການ​ປະຕິ​ຮູບ, ສ້າງ​ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ, ກຳຈັດ​ຄວາມ​ກົດ​ດັນ​ທາງ​ສັງຄົມ​ທີ່​ເກີດ​ຂຶ້ນ​ຍ້ອນ​ລາຍ​ຮັບ​ຂອງ​ປະຊາຊົນ​ບໍ່​ສະ​ໝ່ຳສະ​ເໝີກັນ.

ທ່ານ​ໂດຣິສ ຟີ​ເຊີ ຊ່ຽວຊານ​ກ່ຽວ​ກັບ​ຈີນ​ຂອງ​ມະຫາວິທະຍາ​ໄລ​ເວີສ​ເບີກຂອງ​ເຢຍລະ​ມັນ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້, ການ​ປະຕິ​ຮູບ​ແມ່ນ​ພະລັງ​ແຮງທີ່​ຊຸກ​ຍູ້​ໃຫ້​ເສດຖະກິດ​ຈີນ​ເຕີບ​ໂຕ​ມາ​ໂດຍ​ຕະຫຼອດ. ຫວັງ​ວ່າ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ຈະ​ສົ່ງ​ສັນຍານ​ທີ່​ຕັ້ງໜ້າ​ຫຼາຍກວ່າ​ເກົ່າ,​​ເພີ່ມ​ພະລັງ​ແຮງ​ໃໝ່​​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ຈີນ.

ທ່ານ​ອາ​ເລັກ​ຊັນ​ເດີ ປາ​ເຈ​ຟນາ ຊ່ຽວຊານ​ກ່ຽວ​ກັບ​ຈີນ​ຂອງ​ອິສຣາ​ແອນ​ເຫັນ​ວ່າ,ເພື່ອ​ຮັບປະກັນ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ​ຕໍ່​ເນື່ອງ, ລັດຖະບານ​ຈີນ​ຄວນສືບ​ຕໍ່​ຊຸກ​ຍູ້​ວຽກ​ງານ​ຫັນ​ເປັນ​ອຸດສາຫະກຳ,ຫັນ​ເປັນ​ຕົວ​ເມືອງ​ແລະ​ເຮັດ​ໃຫ້​ພາກຕ່າງໆຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​​ເທົ່າ​ທຽມ​ກັນ,​ແລະ​ເພີ່ມ​ຄວາມ​ແຮງ​ໃນ​ການ​ປະຕິ​ຮູບ​ລະບົບ​ການ​ເງິນ.