ຜູ້​ແທນອົງການ​ສະຫະ​ປະຊາ​ຊາດ​ໄດ້​ສຳ​ເລັດ​ການກວດ​ກາ​ສະຖານ​ທີ່​ຕັ້ງ​ອາວຸດ​ເຄມີ 22 ​ແຫ່ງ​ຂອງ​ຊີຣີ​ແລ້ວ

(GMT+08:00) 2013-11-08 11:29:53     cri
​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນ​ນິວຢອກ​ທີ່​ເປັນ​ສຳນັກງານ​ໃຫຍ່​ອົງການສະຫະ​ປະຊາ​ຊາດ​ໃນວັນ​ທີ 7 ພະ​ຈິ​ກນີ້, ທ່ານ​ຟາ​ຮານ ຮາ​ກ໌ ຜູ້​ວ່າການ​ແທນ​ຮອງ​ໂຄສົກຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດກ່າວ​ວ່າ, ປະຈຸ​ບັນ ຄະນະຜູ້​ແທນ​ຮ່ວມ​ຂອງ​ອົງການ​​​ເກືອດ​ຫ້າມ​ອາວຸດ​ເຄມີ-ສະຫະ​ປະຊາ​ຊາດ​ໄດ້​ສຳ​ເລັດ​ການກວດ​ກາ​​ສະຖານ​ທີ່​ຕັ້ງ​ອາວຸດ​ເຄມີ 22 ​ແຫ່ງ​ໃນ​ຈຳນວນ 23 ​ແຫ່ງ​ທັງ​ໝົດ​ທີ່​ຊີ​ຣີປະກາດ, ​ແລະ​ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຊີຣີ​ແຈ້ງ​ໃຫ້​ຮູ້​ວ່າ, ສະຖານ​ທີ່​ຕັ້ງ​ອາວຸດ​ເຄມີ​ແຫ່ງ​ສຸດ​ທ້າຍ​​ແມ່ນໄດ້​ຖືກ​ທຳລາຍຖິ້ມ​ແລ້ວ.