ເຂດ​ພິ​ເສດ​ຮົງ​ກົງ​ຈີນ​ຈະປຶ​ກສາ​ຫາລືກັບປະ​ເທດ​ອາ​ຊຽນ​ເພື່ອ​ບັນລຸ​ຂໍ້​ຕົກລົງວ່າ​ດ້ວຍການ​ຄ້າ​ເສລີ

(GMT+08:00) 2013-11-08 11:30:58     cri
​ໃນ​ເວລາ​ເຂົ້າ​ຮ່ວມ​ "ກອງ​ປະຊຸມການຈໍລະ​ຈອນສິນຄ້າ​ແລະ​ການ​ຂົນ​ສົ່ງ​​ທາງ​ທະ​ເລ​ອາຊີຄັ້ງ​ທີ 3 "ທີ່​ຈັດ​ຂຶ້ນ​ໃນວັນ​ທີ 7 ພະຈິກ​ນີ້, ທ່ານ​ລຽງ​ເຈິ້ນ​ອິ່ງ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​ກ່າວ​ວ່າ ຮົງ​ກົງ​ຈະ​ທຳ​ຄວາມ​ພະຍາຍາມ​ຈາກ​ຫຼາຍ​ດ້ານ​ເຊັ່ນ: ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ຕົນ ​ແລະ​ເພີ່​ມທະວີ​ການ​ຮ່ວມ​ມື​ກັບຈີນ​ແຜ່ນດິນ​ໃຫຍ່​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ຕົ້ນ, ປັບປຸງ​ຖານະ​ໃຈກາງ​ດ້ານ​ການ​ຄ້າ​ສາກົນ​ທີ່​ເຊື່ອມ​ຕໍ່​ແຜ່ນດິນ​ໃຫຍ່​,ປະ​ເທດ​ແລະ​​ເຂດ​ແຄວ້ນຕ່າງໆ​ໃນ​​ໂລກ.

ຮົງ​ກົງ​ຈະ​ປຶກສາ​ຫາລືກັບປະ​ເທດ​ອາ​ຊຽນ​ເພື່ອບັນລຸ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຄ້າ​ເສລີ​, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ພັດທະນາ​ການ​ຄ້າ​ແລະກາ​ນຈໍລະ​ຈອນ​ສິນຄ້າ​​ຂອງ​ອາຊີ, ຍົກ​ສູງ​ກຳ​ລັງ​ແຂ່ງຂັນ​ແລະ​ປະສິດທິພາບ​ຂອງ​ຕາ​ໜ່າງວິ​ສາ​ຫະກິດ​ທີ່​ສະໜອງ​ສິນຄ້າ. ພ້ອມ​ດຽວ​ກັນ​ນັ້ນ, ​ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃໝ່​ເຊັ່ນ: ໄທ, ມຽນມາ​ແລະ​ກຳປູ​ເຈຍ​ເປັນ​ຕົ້ນ​ມີ​ຄວາມຕ້ອງການ​ການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງຢ່າງ​ຫຼວງ​ຫຼາຍ, ນີ້​ຈະ​ນຳ​ເອົາ​ໂອກາດ​ອັນ​ໃຫຍ່​ຫຼວງ​ມາ​ໃຫ້​ແກ່​ການ​ລົງທຶນ​ໃນ​ຂົງ​ເຂດ​ການ​ຈໍລະ​ຈອນ​ສິນຄ້າ​ ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະ​ຂົງ​ເຂດ​ອື່ນໆ.