ລົດໄຟຄວາມໄວສູງຂະ​ບວນທຳອິດຂອງເຂດພິເສດຮົງກົງຈີນ​ໄດ້​ຜະລິດ​ອອກ​ມາ​ແລ້ວ

(GMT+08:00) 2013-11-08 11:31:54     cri
ວັນ​ທີ 7 ພະຈິກ​ນີ້, ລົດ​ໄຟ​ຄວາມ​ໄວ​ສູງ​ຂະ​ບວນທຳ​ອິດ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ຈີນ​ໄດ້​ທຳ​ການ​ຜະລິດ​ອອກ​ມາ​ແລ້ວຢູ່​ໃນ​ບໍລິສັດ​ຫຸ້ນ​ສ່ວນ​ລົດ​ໄຟ​ຊື້​ຝ່າ​ງຊິ່ນ​ຕາວ​ນານ​ເຊີ່ຈີນ​ຈຳກັດ, ລົດ​ໄຟ​ຄວາມ​ໄວ​ສູງ​ດັ່ງກ່າວ​ແມ່ນ​ຜະລິດ​ໃຫ້​ແກ່​ຮົງ​ກົງ​ໂດຍອີງ​ໃສ່ມາດຖານເຕັກ​ໂນ​ໂລ​ຊີ​ຂອງ​​ລົດ​ໄຟ​ຄວາມ​ໄວ​ສູງ CRH380A ຂອງ​ຈີນ.

ຕາມ​ຂ່າ​ວ​ແຈ້ງວ່າ, ​ລົດ​ໄຟ​ຄວາມ​ໄວ​ສູງຂະ​ບວນ​ດັ່ງກ່າວ​ມີ​ລົດ​ໄຟ 8 ຕູ້, ຄວາມ​ໄວ​ການ​ແລ່ນລົດ​​ແມ່ນ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ຈະ​​ໃຫ້ການ​ບໍລິການຈາກ​ເກົາ​ລົງ​ຕາ​ເວັນ​ຕົກ​ຂອງ​ຮົງ​ກົງ​ໄປ​ຮອດ​ສະຖານີ​ໃຕ້​ຂອງ​ນະຄອນ​ກວາງ​ໂຈ່​ວ, ພາຍຫຼັງ​ເລີ່​ມ​ເປີດການ​ບໍລິການແລ້ວ ​ຈະ​ຫຍໍ້ເວລາ​ຈາກ​ຮົງ​ກົງ​ໄປ​ຮອດ​ນະຄອນ​ກວາງ​ໂຈ່​ວ​​ໃຫ້​ເຫຼືອ​ພຽງ 48 ນາທີ​ເທົ່າ​ນັ້ນ.