ບໍລິສັດ​ການບິນ​ຕົ່ງ​ຟ່າງ​ຈີນ​ຈະ​ຍົກ​​ເລີກ​ຖ້ຽວ​ບິນ​ແຕ່ນະຄອນ​ນານ​ກິ່ງ​​ຈີນໄປ​ສິງກະ​ໂປ

(GMT+08:00) 2013-11-08 15:47:53     cri
ຕອນ​ບ່າຍ​ວັນ​ທີ 7 ພະຈິກ​ນີ້, ບໍລິສັດ​ການບິນ​ຕົ່ງ​ຟ່າງຈີນ​​ໄດ້​ປະກາດ​ຢ່າງ​ກະທັນຫັນ​ວ່າ, ຖ້ຽວ​ບິນ MU771 ​ແຕ່​ນະຄອນ​ນານ​ກິ່ງ​ໄປ​ສິງກະ​ໂປ​ຈະ​ຖືກ​ຍົກ​ເລີກ​ແຕ່​ວັນ​ທີ 17 ທັນວາ​ໜ້າ​ນີ້​ເປັນ​ຕົ້ນ​​ໄປ. ພາຍຫຼັງ​ຍົກ​ເລີກ​ຖ້ຽວ​ບິນ​​ນີ້ແລ້ວ, ສະໜາມ​ບິນ​ລູ້​​ໂຂ​ວຂອງ​ນະຄອນ​ນານ​ກິ່ງ​​ແຕ່​ລະອາ​ທິດຈະ​ຕັດຖ້ຽວ​ບິນ​ຈາກ​ນານ​ກິ່ງ​ໄປ​ຮອດ​ສິງກະ​ໂປລົງ​ຈຳນວນ 4 ຖ້ຽວ​. ບໍລິສັດການບິນ​ຕົ່ງ​ຟ່າງກ່າວ​ວ່າ, ພາຍຫຼັງ​ຍົກ​ເລີກ​ຖ້ຽວ​ບິນ​​ແຕ່ນະຄອນ​ນານ​ກິ່ງ​ໄປ​ສິງກະ​ໂປ​ແລ້ວ, ຈະ​ຈັດ​ສັນ​ຍົນ​​ເຫຼົ່າ​ນີ້​ໄປ​ບິນ​ຮັບ​ໃຊ້​ຢູ່ສະໜາມ​ບິນອູ​ສີ່ຂອງ​ແຂວງ​ຈ່ຽງຊູ່​ຈີນ, ​ເພື່ອເປີດ​​ເສັ້ນທາງການບິນແຕ່​ອູ​ສີ່​ໄປສິງກະ​ໂປ​ແທນ​​ແຕ່​ວັນ​ທີ 18 ທັນວາ​ໜ້າ​ນີ້​ເປັນ​ຕົ້ນ​​ໄປ.