ລັດຖະບານ​ມຽນມາ​ປຶກສາ​ຫາລື​ກັບ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເພື່ອບັນລຸ​ຂໍ້​ຕົກລົງວ່າ​ດ້ວຍ​ການຢຸດ​ຍິງ

(GMT+08:00) 2013-11-08 15:48:46     cri
ວັນ​ທີ 4 ຫາ​ວັນ​ທີ 5 ພະຈິກ​ນີ້, ລັດຖະບານ​ມຽນມາ​ໄດ້​ຈັດການ​ເຈລະຈາ​ກັບ​ຜູ້ຕາງໜ້າ​ກຸ່ມ​ປະກອບອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 18 ກຸ່ມ​ຢູ່​ເທດສະບານມິດ​ຈີຂອງ​ແຂວງ​ຄາ​ຊິນ​ເປັນ​ເວລາ 2 ວັນ. ນີ້​ແມ່ນ​ລັດຖະບານ​ມຽນມາ​ຈັດການ​ເຈລະຈາ​ຮ່ວມກັບ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ເທື່ອ​ທຳ​ອິດ​ພາຍ​ຫຼັງ​ທີ່ໄດ້ມີ "ສັນຍາ​ປາງ​ຫຼົງ"​ໃນ​ປີ 1947 ຜ່ານ​ມາ. ອີງ​ຕາມ​ຖະ​ແຫຼ​ງການ​ຮ່ວມ​ທີ່​ເຜີຍ​ແຜ່​ໃນ​ຕອນ​ຄ່ຳ​ວັນ​ທີ 5 ພະຈິກ​ນີ້, ສອງ​ຝ່າຍ​ເຫັນ​ດີ​ສືບຕໍ່ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້ຕົກລົງ​ວ່າ​ດ້ວຍ​ກາ​ນຢຸດ​ຍິງ​​ທົ່ວ​ປະ​ເທດ, ​ເພື່ອ​ຊຸ​ກຍູ້​ຂະ​ບວນການ​ສັນຕິພາບ​ຂອງ​ມຽນມາ.

ອີງ​ຕາມ​ຖະ​ແຫຼ​ງການ​ຮ່ວມ, ລັດຖະບານ​ມຽນມາ​ແລະ​ກຸ່ມ​ປະກອບ​ອາວຸດ​​ເຫັນ​ດີ​ຈະ​ຈັດການ​ເຈລະຈາ​ສັນຕິພາບ​ຮອບ​ໜ້າ​ຢູ່​ເທດສະບານ​ພາ​ອັນ​ຂອງ​ແຂວງ​ຄາອິນ. ກ່ອນ​ໜ້າ​ນີ້, ກຸ່ມ​ປະ​ກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 18 ກຸ່ມໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຢູ່​ລາຍ​ຈາ​ຊຶ່ງ​ເປັນ​ສະຖານ​ທີ່​ຕັ້ງ​ສຳນັກງານ​ໃຫຍ່​ກອງທັບ​ເອກະລາດ​ຄາ​ຊິນ​ໃນ​ວັນ​ທີ 30 ຕຸລາ​ແລ້ວ​ນີ້​ຫາ​ວັນ​ທີ 2 ພະຈິກ​ນີ້. ຝ່າຍ​ຕ່າງໆ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​​ເປັນ​ເອກະສັນ​ກັນ​ໃນ​ຫຼາຍ​ດ້ານ​ເຊັ່ນ: ​ແຜນການ​ຊ່ອງ​ທາງ​ການ​ເມືອງ, ສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງທົ່ວປະ​ເທດ, ຈັດການ​ສົນທະນາ​ທາງ​ການ​ເມືອງ, ວາງ​ມາດ​ຕະການ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​​ແລະ​ອື່ນໆ. ​ເນື່ອງ​ຈາກ​ວ່າ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ມຽນມາ​ໄດ້​ມີ​ການປ່ຽນ​ທ່າ​ທີ​ຂອງ​ຕົນ, ສະ​ນັ້ນມີ​ນັກວິ​ເຄາະ​ຄາດ​ຄະ​ເນ​ວ່າ, ວັນ​ເວລາ​ທີ່ລັດຖະບານ​ມຽນມາ​ແລະ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍຈະ​ບັນລຸສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງທົ່ວ​ປະ​ເທດ​​​ໃກ້​ຈະ​ມາ​ເຖິງ​​ແລ້ວ.

ທ່ານ​ວິ​ໃຈ ນາມ​ເບຍ ທີ່​ປຶກສາ​ພິ​ເສດ​ຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນຫາ​ມຽນມາ​ພ້ອມ​ດ້ວຍ​ທ່ານ​ອື່ນໆ​ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ສົນທະນາ​ຕາມ​ຄຳ​ເຊີນ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ທ່ານ​ວິ​​ໃຈ ນາມ​ເບຍ​ກ່າວ​ວ່າ, ການ​ສົນທະນາ​ຮອບ​ຫຼ້າ​ສຸດ​ມີ​ຄວາມ​ໝາຍ​​ອັນ​​ໃຫຍ່​ຫຼວງ, "ມັນ​ໝາຍ​ຄວາມ​ວ່າ​ຄວາມ​ປອງ​ດອງ​ຂອງທົ່ວ​ປະ​ເທດ​ມຽນມາ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່​ແລ້ວ".