ຢູ່ຫຼາຍ​ແຫ່ງ​ຂອງ​ເອຢິບ​ເກີດ​ການ​ປະ​ທະ​ກັນ

(GMT+08:00) 2013-11-09 13:49:56     cri

ວັນ​ທີ 8 ​ພະຈິກ​ນີ້, ຢູ່​ຫຼາຍ​ແຫ່ງ​ຂອງ​ເອຢິບ​​ໄດ້​ເກີດ​ການ​​ແຫ່​ຂະ​ບວນກຳລັງ​ທີ່​ຖືອົງການ​ອ້າຍ​ນ້ອງ​ມູສລິ​ມ ​ແລະ ຜູ້​ສະໜັບສະໜູນ​ມົວ​ຊີ ອະດີດ​ປະທານາທິບໍດີ​ເປັນ​ກຳລັງ​ຕົ້ນຕໍ​ນັ້ນ​ອີກ. ຕົວ​ເລກ​ຫຼ້າ​ສຸດ​ຂອງ​ກະຊວງ​ສາທາລະນະ​ສຸກ​ເອຢິບ​ສະ​ແດງ​ໃຫ້​ເຫັນ​ວ່າ, ການປະ​ທະ​ກັນ​ຍ້ອນ​ແຫ່ຂະ​ບວນ​ໄດ້​​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ, ຢ່າງ​ໜ້ອຍ 20 ຄົນ​ບາດ​ເຈັບ.

ວັນ​ທີ 8 ພະຈິກ​ນີ້, ​ເວັນ​ໄຊຂອງ "ໜັງສືພິມ​ທາດ​ປິ​ລາ​ມິດ" ສື່​ມວນ​ຊົນ​ຝ່າຍ​ທາງ​ການ​​ເອຢິບ​​ແຈ້ງ​ໃຫ້​ຮູ້​ວ່າ, ຫຼັງ​ຈາກ​​ໄດ້​ເຕົ້າ​ໂຮມກັນ​ເຮັດ​ພິທີ​ສາ​ສະໜາມູສລິ​ມ​ໃນ​ມື້​ດຽວ​ກັນ​ແລ້ວ, ຜູ້​ສະໜັບ​ສະ​ໜູນ​ມົວ​ຊີ​ຫຼາຍ​ພັນ​ຄົນ​ໄດ້​ແຫ່​ຂະ​ບວນສະ​ແດງ​ກຳລັງ​ຢູ່​ນະຄອນຫຼວງ​​ເລີ​ແກ, ​​ແຂວງ​ກີ​ຊາ, ​ເມືອງ​ອາ​ເລັກ​ເຊ​ນຕາ ​, ​ແຂວງ​ພາກ​ຕາ​ເວັນ​ອອກ ​ແລະ ​ແຂວງຊູ​ເຊ​ວ​, ຮຽກຮ້ອງ​ໃຫ້​ຟື້ນ​ຟູ​ຕຳ​ແໜ່​ງຂອງ​ປະທານາທິບໍດີ​ມົວ​ຊີ.