ລັດຖະບານ​ຊີຣີຍຶດຄອງຕາ​ແສງ​ສຳຄັນ​ທີ່​ຢູ່​ຊານ​​ເມືອງ​ນະຄອນຫຼວງ​ດາ​ມັສ

(GMT+08:00) 2013-11-09 14:12:42     cri

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ຊີຣີ​ໄດ້​ຍຶດ​ເອົາ​ທີ່​ໝັ້ນ​ທະຫານ​ຂອງ​ຝ່າຍ​ຕໍ່​ຕ້ານ​ລັດຖະບານ​ທີ່​ຢູ່​ມໍ່​ແຂວງ​ອະ​ເລ​​ໂປ​ພາກ​ເໜືອ​ຊີຣີ ​ແລະ ຕາ​ແສງ​ສຳຄັນ​ທີ່​ຢູ່​ຊານ​ເມືອງ​ນະຄອນຫຼວງດາ​ມັສ, ​ໂຈມ​ຕີ​ກຳລັງ​ປະກອບ​ອາວຸດ​ຝ່າຍຕໍ່​ຕ້ານ​ລັດຖະບານຢ່າງ​ໜັກ. ອີກ​ດ້ານ​ໜຶ່ງ, ສະຫະ​ປະຊາ​ຊາດ​ກໍ່ຢືນຢັນ​ ​ການ​ຮ່ວມ​ມື​ຂອງ​ລັດຖະບານ​ຊີຣີ​ໃນ​ບັນຫາ​ອາວຸດ​ເຄມີ.

ຜູ້​ສັນທັດ​ກໍລະນີຊີຣີ​ເຜີຍ​ໃຫ້​ຮູ້​ວ່າ, ​​ໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 8 ພະຈິກ​ ຕາມ​ເວລາ​ທ້ອງ​ຖິ່ນ, ກອງທັບ​ຂອງ​ທ່ານປາ​ຊາວ ປະທານາທິບໍດີ​ຊີຣີ​ໄດ້​ຍຶດ​ເອົາ​ທີ່​ໝັ້ນ​ຍຸດ​ທະສາດ​ຂອງ​ກຳລັງ​ປະກອບ​ອາວຸດ​ຝ່າຍ​ຕໍ່​ຕ້ານ​ລັດຖະບານ​ແຫ່ງ​ໜຶ່ງ​ທີ່​ຢູ່​ເຂດ​ມໍ່​ແຂວງ​ອະ​ເລ​ໂປ. ຝ່າຍ​ຕໍ່ຕ້ານ​ລັດຖະບານ​ກ່າວ​ວ່າ, ຜູ້​ປະກອບ​ອາວຸດ​ຝ່າຍ​ຕໍ່ຕ້ານ​ລັດຖະບານ 25 ຄົນ​ຖືກ​ຍິງ​ຕາຍ. ອົງການ​ສັງ​ເກດ​ສິດທິ​ມະນຸດ​ຊີຣີກ່າວ​ວ່າ, ​ໃນ​ການ​ຮູ້​ຮົບ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 8 ພ​ະ​ຈິກ​ນີ້, ​ໃນກຸ່ມ​ກຳລັງ​ປະກອບ​ອາວຸດ​ຂອງ​ຝ່າຍ​ຕໍ່​ຕ້ານ​ລັດຖະບານ​ໄດ້​ປະກົດ​ມີ​ຜູ້​ປະກອບ​ອາວຸດ​ຂອງ​ອົງການອານ​ໄກ​ດາ.

ວັນ​ທີ 7 ພ​ະ​ຈິກ​ນີ້, ກອງທັບ​ລັດ​ຖະບານຊີຣີ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​​ແບບ​ດັບ​ສູນ​ຕໍ່​ກຸ່ມ​ປະກອບ​ອາວຸດລັດທິ​ກໍ່​ການ​ຮ້າຍ​ທີ່​ຢູ່​​ເຂດ​ຊູ​ປາຍ​ນາ ​ແລະ ຕາ​ແສງ​ເກີ​ຊາ​ເລີທີ່​ຢູ່​ຊານ​ເມືອງ​ນະຄອນຫຼວງ​ດາ​ມັສ, ​ແລະຍຶດ​ເອົາ​ເຂດ​ດັ່ງ​ກ່າວ​ໃນ​ມື້​ດຽວ​ກັນ,ນີ້​ກໍ່​ໝາຍ​ຄວາມ​ວ່າ, ສາຍລຳລຽງ​ຂອງ​ກຳລັງ​ປະກອບ​ອາວຸດ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ທີ່​ປະຈຳ​ຢູ່​ທິດ​ໃຕ້​ນະຄອນຫຼວງ​ດາ​ມັນ​ຖືກຕັດ​ຂາດທັງ​ໝົດ.

ຂ່າວ​ແຈ້ງວ່າ, ພາຍ​ໃຕ້​ການ​ປະສານ​ສົມທົບ​ອັນ​ຕັ້ງໜ້າ​ຂອງ​ລັດຖະບານ​ຊີຣີ,ປັດຈຸບັນ, ອົງການ​ເກືອດຫ້າມ​ອາວຸດ​ເຄມີ ​ແລະ ຄະນະ​ສຳ​ຫຼວດປະສົມ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ສຳ​ຫຼວດກວດກາສະຖານີ ​ແລະ ສະພາບ​ການ​ຂອງອາວຸດ​ເຄມີ 22 ​ແຫ່ງ​ໃນຈຳນວນ 23 ​ແຫ່ງ​ທີ່​ຊີຣີ​ໄດ້​ເປີດ​ເຜີຍ. ກ່ອນ​ໜ້າ​ນີ້, ລັດຖະບານ​ຊີຣີກ່າວ​ວ່າ, ສະຖານ​ທີ່ອີກ​ແຫ່ງ​ໜຶ່ງນັ້ນ​​ໄດ້​ຖືກປະ​ຖິ້ມ​ແລ້ວ.