ອາ​ເມ​ລິ​ກາສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ການ​ເສຍ​ສິດ​ປ່ອນ​ບັດ​ໃນ​ອົງການ​ຢູ​ເນັດ​ສ​ໂກ

(GMT+08:00) 2013-11-09 14:46:16     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ8​ພະຈິກ​ນີ້, ​ອາ​ເມ​ລິ​ກາ​ສູນເສຍ​ສິດ​ປ່ອນ​ບັດ​ໃນ​ອົງການ​ຢູ​ເນັດ​ສ​ໂກສະ​ຫະປະຊາ​ຊາດ​ຍ້ອນ​ບໍ່​ໄດ້​​ເສຍ​ຄ່າ​ບຳລຸງ​ໃນ​ສອງ​ປີຜ່ານມາ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼ​ງການສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເລື່ອງນີ້.

ທ້າຍ​​ເດືອນ​ຕຸລາ2011, ກອງ​ປະຊຸມ​ໃຫຍ່​ອົງການ​ຢູ​ເນັດ​ສ​ໂກສະ​ຫະປະຊາ​ຊາດ​ໄດ້​ປ່ອນ​ບັດ​ຜ່ານ​ຍັດຕິ​ກ່ຽວ​ກັບປາ​ເລັສຕິນເຂົ້າ​ເປັນ​ປະ​ເທດ​ມາະຊິກ​ອົງການ​ດັ່ງກ່າວ, ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ແລະ​ອິສລາ​ແອນ​ໂມ​ໂຫຂຶ້ນ, ຫຼັງ​ຈາກ​ນັ້ນ, ສອງ​ປະ​ເທດດັ່ງກ່າວ​ໄດ້​ຢຸດຕິ​ການ​ເສຍ​ຄ່າ​ບຳລຸງ.