ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານທີ່​ເຊີ​ແນວ​ໄດ້​ແກ່ຍາວ​ເວລາ​ການ​ເຈລະຈາ

(GMT+08:00) 2013-11-09 14:50:14     cri
ຕາມ​ຂ່າວCRI, ຍ້ອນ​ວ່າ​ຝ່າຍ​ຕ່າງໆ​ມີ​ເຈດ​ຈຳນົງ​ຢາກ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ, ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານທີ່​ເຊີ​ແນວຮອບ​ນີ້ໄດ້​ດຳ​ເນີນ​ຕໍ່​ໄປ​ໃນ​ວັນ​ທີ9​ພະຈິກ ​ເຊິ່ງຕາມ​ແຜນ​ເດີນ​ມ​ສິ້ນ​ສຸດ​ໃນ​ວັນ​ທີ8​ພະຈິກ​ນີ້​.

ວັນ​ທີ7​ພະຈິກ​ນີ້, ຜູ້​ແທນ​ເຈລະຈາ​ຂອງ6​ປະ​ເທດ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານ ​ຄື ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ຣັດ​ເຊຍ, ຈີນ ​ແລະ​ເຢຍລະ​ມັນ ກັບ​ຜູ້​ແທນ​ອີຣານ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຮອບ​ໃໝ່​ທີ່​ຕົກລົງ​ກັນຈະດຳ​ເນີນ​ເປັນ​ເວລາ 2 ວັນ ຢູ່​ທີ່​ເຊີ​ແນວ. ວັນ​ທີ 8 ພະຈິກ, ທ່ານ​ຈອນ ​ເກຣີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ລາວ​ເຣນ ຟາ​ບິ​ວສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງ, ທ່ານ​ວີ​ລຽມ ຮາ​ເກີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ ​ແລະ​ທ່ານ​ກິວ​ໂດ ​ເວສ​ເຕີນ​ເວລີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍລະ​ມັນ​ໄດ້​ເດີນທາງ​ໄປ​ເຂົ້າ​ຮ່ວມ​ການ​ເຈລະຈາທີ່​ເຊີ​ແນວ, ​ເຮັດ​ໃຫ້​ວົງ​ການ​ພາຍ​ນອກ​ມີ​ຄວາມ​ຄອງ​ຄອຍ​ຕໍ່​ການ​ເຈລະຈາ​ຮອບ​ນີ້ອາດ​ຈະ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ໃນ​ທີ່​ສຸດ.

ວັນ​ທີ 8 ພະຈິກ​ນີ້, ທ່ານ​ເນ​ຕັນ​ຢາ​ຮູ ນາຍົກລັດຖະມົນຕີອິດສລາ​ແອນ​ໄດ້​ອອກ​ຖະ​ແຫຼ​ງການ​ທີ່ມີ​ຄວາມ​ເວົ້າ​ອັນ​ເຂັ້ມ​ແຂງ, ຄັດຄ້ານ​ການ​ເຈລະຈາ​ລະ​ຫວ່າງ 6 ປະ​ເທດ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານ ກັບ​ຜູ້​ແທນ​ອີຣານ ທີ່​ພວມ​ດຳ​ເນີນຢູ່​ເຊີ​ແນວ​ອາດ​ຈະ​ກ້າວ​ເຖິງ​ຂັ້ນ​​ເຊັນ​ສັນຍາ. ​ໃນ​ຖະ​ແຫຼ​ງການ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ​ຂຽນ​ວ່າ: "ສັນຍາ​ທີ່​ພວມ​ປຶກສາ​ຫາລື​ກັນ​ຢູ່​ເຊີ​ແນວ​ແມ່ນ​ສັນຍາ​ທີ່​ຂິ້ຮ້າຍ, ຂີ້ຮ້າຍ​ທີ່​ສຸດ. ອີຣານບໍ່​​ໄດ້ຖືກ​ຮຽກຮ້ອງ​ໃຫ້​ມ້າງ​ເຄື່ອງ​ແຍກ​ວັດຖຸ​ດ້ວຍ​ແຮງ​ຫ່າງ​ສູນເຄື່ອງ​ໃດ, ​ແຕ່​ປະຊາ​ຄົມ​ໂລກ​ພັດ​ກຽມ​ຈະ​ຜ່ອນ​ຍານ​ການ​ລົງ​ໂທດ​ຕໍ່​ອີຣານ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ປີ​ມາ​ນີ້."​