ຫາງ​ສຽງ​ໂລກ​ສົນ​ໃຈ​ນຳ​ການ​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນສະ​ໄໝທີ 18 ​ໃນ​ລະດັບ​ສູງ

(GMT+08:00) 2013-11-09 14:53:58     cri
ຕາມ​ຂ່າວCRI, ​ເນື່ອງ​ໃນ​ໂອກາດ​ໄຂ​​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນສະ​ໄໝທີ 18, ຫາງ​ສຽງ​ໂລກ​​ໄດ້​ສົນ​ໃຈ​ນຳ​ກອງ​ປະຊຸມ​ໃນ​ລະດັບ​ສູງ.

ໜັງສືພິມ "​ໂວ​ນສຕຼິດລາຍ​ວັນ" ຂອງ​ອາ​ເມ​ລິ​ກາ ​ໄດ້​ມີ​ຄໍ​ລຳພິ​ເສດ​ໃນ​ເວັບ​ໄຊ​ພາສາ​ອັງກິດ​ແລະ​ພາສາ​ຈີນ ທີ່​ມີ​ຫົວ​ຂໍ້​ວ່າ "ສຸມ​ໃສ່ການ​ປະຕິ​ຮູບ​ຂອງ​ປັກ​ກິ່ງ" ​ແລະ "ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝທີ 18", ​ໄດ້ລົງ​ພິມ​ບົດ​​ແຈ້ງ​ຂ່າວແລະ​ບົດຄວາມ​ຫຼາຍ​ບົດ​ເພື່ອວິຈານຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້, ​ແລະ​ໄດ້​ວາງ 4 ຂົງ​ເຂດ​ທີ່​ຄວນ​ສົນ​ໃຈ​ນຳ​ເປັນ​ພິ​ເສດ, ຕ່າງ​​ແມ່ນ​ການ​ທະນາຄານ, ການ​ເງິນ, ລັດ​ວິ​ສາ​ຫະກິດ ​ແລະ​ການ​ຫັນ​ເປັນ​ຕົວ​ເມືອງ. ການ​ລາຍ​ງານ​ຂ່າວ​ຂອງ​ວິທະຍຸ​ສຽງ​ຂອງ​ອາ​ເມ​ລິ​ກາ​ກໍ​ຊີ້​ອອກ​ວ່າ, 30 ປີ​ທີ່​ຜ່ານ​ມາ, ການ​ເຕີບ​ໂຕ​ທາງ​​ເສດຖະກິດ​ຂອງ​ຈີນ​ໄດ້​ເຮັດ​ໃຫ້​ປະຊາຊົນຈີນ​ຫຼາຍ​ຮ້ອຍ​ລ້ານ​ຄົນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ສ້າງ​ຈີນ​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ 2 ຂອງ​ໂລກ ທີ່​ຮອງ​ຈາກ​ອາ​ເມ​ລິ​ກາ, ​ແຕ່​ປັດຈຸບັນ, ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ໄດ້​ຊ້າ​ລົງ ​ແລະ​​ບັນຫາ​ທາງ​ສັງຄົມ​ໄດ້​ພົ້ນ​ເດັ່ນຂຶ້ນ, ຈີນ​ນັບ​ມື້​ນັບ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ຢ່າງ​ໜຶ່ງ ນັ້ນ​ກໍ​ຄື: ຕ້ອງ​ດັດ​​ແປງ​ໂຄງປະກອບ​ເສດຖະກິດ​ຂອງ​ຈີນ​ທີ່​ໄດ້​ສຳ​ເລັດ​ຜົນ​ມາ​ເປັນ​ເວລາ​ຍາວ​ນານ.

ວັນ​ທີ 8 ພະຈິກ​ນີ້, ບໍລິສັດ BBC ຂອງ​ອັງກິດ​ໄດ້​ອອກ​ອາກາດ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ: "​ເປັນ​ຫຍັງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​ເປັນ​ກອງ​ປະຊຸມ​ທີ່​ສຳຄັນ", ​ໄດ້​ລາຍ​ງານ​ບັນຫາ​ທີ່​ຈະ​ປຶ​ກສາ​ຫາລື​​ກັນແລະ​ມາດ​ຕະການ​ປະຕິ​ຮູບ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຄາດ​ວ່າ, ກອງ​ປະຊຸມ​ຈະ​ມີ​ມາດ​ຕະການ​ໃໝ່​ໃນ​ດ້ານ​ປະຕິ​ຮູບ​ລະບົບ​ການ​ທະນາຄານ, ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ, ລະບຽບ​ການ​ຄຸ້ມ​ຄອງ​ທີ່​ດິນ ​ແລະ​ອື່ນໆ.

ໜັງສືພິມ "​ເລ​ສ ​ເອ​ໂກສ" ຂອງຝຣັ່ງພິມ​ບົດ​ຄວາມ​ໂດຍ​ຂຽນ​ວ່າ, ມີ​ຄວາມ​ຄອງ​ຄອຍ​ຫຼາຍ​ທີ່​ສຸດ​ຕໍ່​ນະ​ໂຍບາຍ​ປະຕິ​ຮູບ​ໃນ​ຂົງ​ເຂດ​ເສດຖະກິດ​​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິ​ຮູບ​ໃນ​ດ້ານສ່ວຍ​ສາອາກອນ​ແລະ​ການ​ທະນາຄານ, ພ້ອມ​ກັນ​ນັ້ນ, ກໍ​ສົນ​ໃຈ​ນຳ​ມາດ​ຕະການ​ຂອງ​ລັດຖະບານ​ຈີນ​ໃນ​ຂົງ​ເຂດ​​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ໃຫ້​ດີ​ຂຶ້ນ, ​ແກ້​ໄຂ​ບັນຫາ​ທີ່​ມີ​ຜູ້​ເຖົ້າ​ຜູ້​ແກ່​ຫຼາຍ​ຂຶ້ນ, ບັນຫາ​ມົນ​ລະ​ພິດ​ໃນ​ຕົ​ວ​ເມືອງ​ແລະ​ບັນຫາ​ອື່ນໆ. ວິທະຍຸ​ສາກົນ​ຝຣັ່ງ​ໄດ້​ອອກ​ອາກາດ​ບົດ​ຄວາມ​ໂດຍ​ເຫັນ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ເນັ້ນ​ໃສ່​ນະ​ໂຍບາຍ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປ້ອງ​ກັນ​ການ​ສໍ້​ລາດບັງ​ຫຼວງ, ການ​ປ່ຽນ​ແປງ​ພາລະ​ບົດບາດ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເປັນ​ຕົ້ນ, ນີ້​ຈະ​ເປັນ​ບັນຫາ​ທີ່​​ຄວນ​ສົນ​ໃຈ​ນຳ.

ໜັງສືພິມ "Global Times" ຂອງ​ເບຣຊິນ​ລາຍ​ງານ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ຕັດສິນ​ອະນາຄົດ​ຂອງ​ຈີນ. ບົດ​ຄວາມ​ເຫັນ​ວ່າ, ​ເສດຖ​ະກິດ​ຈີນ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ໃນ 30 ປີຜ່ານມາ, ປັດຈຸບັນ, ພວມ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່ຈັງຫວະ​ການ​ເຕີບ​​ໂຕ​ທາງ​ເສດຖະກິດ​ຊ້າ​ລົງ. ສະ​ນັ້ນ, ກອງ​ປະຊຸມ​ຈະ​ປຶ​ກສາ​ຫາລື​ມາດ​ຕະການ​ກະ​ຕຸ້ນ​​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ. ພ້ອມ​ກັນ​ນັ້ນ, ບົດ​ຄວາມ​​ໄດ້​ນຳ​ເອົາ​ທັດສະນະ​ຂອງ​ບຸກຄົນ​ວິ​ເຄາະ​ມາ​ກ່າວ​ວ່າ, ບໍ່​ສາມາດ​ຄາດຄະ​ເນ​ວ່າ​ຈະ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ໃນ​ໄລຍະ​ສັ້ນ, ​ແຕ່​ເຊື່ອ​ວ່າ, ພັກ​ກອມ​ມູນິດ​ຈີນ​ຈະ​ຊີ້​ນຳ​ທິດ​ພັດທະນາເສດຖະກິດ​ໃນ 10 ປີ​ຂ້າງ​ໜ້າ.