ໄຂ​ກອງ​ປະຊຸມ​ຄົບ​ຄະນະຄັ້ງ​ທີ 3​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 18

(GMT+08:00) 2013-11-09 18:06:06     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ9​ຫາ​ວັນ​ທີ12​ພະຈິກ​ນີ້, ກອງ​ປະຊຸມຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 18 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ຄົ້ນຄວ້າ​ຫາລື​ບັນຫາດ້ານ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ປະຕິ​ຮູ​ບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ໃຫຍ່​ໂຕ​ມະ​​ໂຫລານ​ຂອງ​ຈີນ​ທີ່​ເລີ່​ມຈາກ​ປີ 1978 ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່.

ຜູ້ນຳ​ຈີນ​ກ່າວ​ວ່າ, ການ​ປະຕິ​ຮູບ​ຮອບ​ນີ້​ຈະ​ມີ​ຂອບ​ເຂດ​ທີ່​ກວ້າງຂວາງ​ແລະ​ລົງ​ສູ່​ລວງ​ເລິກ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ຍ່ອມ​ຈະ​ຊຸກ​ຍູ້ການ​ປະຕິ​ຮູບ​ຢ່າງ​ເລິກ​ເຊິ່ງ​ໃນ​ຂົງ​ເຂດ​ເສດຖະກິດ​ສັງຄົມ​ແລະ​ຂົງ​ເຂດ​ອື່ນໆ​ຂອງ​ຈີນ​ຢ່າງ​ແຂງ​ແຮງ.

ນັກວິ​ເຄາະ​ເຫັນ​ວ່າ, ພັກ​ກອມ​ມູນິດ​ຈີນ​ບໍ່​ພຽງ​ແຕ່​ຕ້ອງ​ປະ​ເຊີນ​ໜ້າ​ແລະ​ແກ້​ໄຂ​ບັນຫາ​ຂອງ​ຈີນ​ເທົ່າ​ນັ້ນ, ຍັງ​ຈະ​ນຳພາ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ການ "ທົດ​ລອງ" ດ້ານ​ອາ​ລິ​ຍະ​ທຳ​ໃນ​ຂອບ​ເຂດ​ທົ່ວ​ໂລກ ​ແລະ​ການ​ແກ່ງ​ແຍ່ງ​ແລະ​ການ​ຮ່ວມ​ມື​ທາງ​ລະບຽບ​ການ, ​ເພື່ອ​ເພີ່ມ​ການ​ຄົ້ນຄວ້າ​ຊ່ອງ​ທາງ​ໃໝ່​​ໃຫ້​ແກ່​ການ​ພັດທະນາ​ຂອງ​ມວນ​ມະນຸດ.