ຈີນ​ຈະ​ສືບ​ຕໍ່ສົ່ງ​ເສີມ​ການ​ເຈລະຈາສັນຕິພາບ,​ເພື່ອ​ຊຸ​ກຍູ້​ໃຫ້​ແກ້​ໄຂ​ບັນຫານິວ​ເຄຼຍອີ​ຣານ​ໂດຍ​ໄວ

(GMT+08:00) 2013-11-10 13:48:34     cri

ການ​ສົນທະນາ​ກ່ຽວ​ກັບ​ບັນຫາ​ນິ​ວ​ເຄຼຍອີຣານຮອບ​ໃໝ່​ທີ່​ດຳ​ເນີນ​ເປັນ​ເວລາ 3 ມື້​ໄດ້​ອັດ​ລົງ​ຢູ່​ນະຄອນ​ເຊີ​ແນວ​ໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 10 ພະຈິກ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ.​ເຖິງ​ວ່າການສົນ​ທະ​ມີ​ລັກສະນະ​ສ້າງສັນ​ຫຼາຍ, ​ແຕ່​ຍັງ​ບໍ່​ໄດ້​ຮັບ​ການ​ບຸກທະລຸ​ທີ່ວົງ​ການ​ພາຍ​ນອກ​ຄາດໝາຍ​ນັ້ນ. ທ່ານ​ຫຼີປາວ​ຕົ່ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​​ເຂົ້າ​ຮ່ວມ​ການ​ສົນທະນາ​ເທື່ອ​ນີ້​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ສົ່ງ​ເສີມ​ການ​ເຈລະຈາສັນຕິພາບ, ​ເພື່ອຊຸ​ກຍູ້​ໃຫ້​ແກ້​ໄຂ​ບັນຫານິວ​ເຄຼຍອີ​ຣານ​ໂດຍ​ໄວ.


ຫຼັງ​ຈາກ​ການ​ສົນທະນາສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ຫຼີປາວ​ຕົ່ງ​​ເວົ້າ​ນຳນັກ​ຂ່າວ​ວ່າ, ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການສົນທະນາກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານຮອບ​ນີ້,6 ປະ​ເທດ​ ກັບ ອີຣານ​ໄດ້​ດຳ​ເນີນ​ການ​ສົນທະນາ​ 3 ວັນ, ບັນຍາກາດ​ຂອງ​ການ​ສົນທະນາ​ແມ່ນ​ຈິງ​ຈັງ, ຝ່າຍ​ຕ່າງໆ​ລ້ວນ​ແຕ່​ສະ​ແດງ​ອອກ​ຄວາມ​ປາຖະໜາ​ທາງ​ການ​ເມືອງ​ທີ່​ແກ້​ໄຂ​ບັນຫາ. ​ແຕ່​ບັນຫາ​ນິ​ວ​ເຄຼຍອີຣານສັບສົນ​ຫຼາຍ, ການ​ສົນທະນາ ​ແລະ ການ​ເຈ​ລະ​ຈາ​ຂອງ​ຝ່າຍ​ຕ່າງ​ໆ​ໄດ້​ດຳ​ເນີນ​ມາເປັນ​ເວລາ 10 ປີ​ແລ້ວ,​, ຈະ​ແກ້​ໄຂບັນຫາ​ອັນສັບສົນ​ແນວ​ນີ້​ບໍ່​ໄດ້ທີ່ຜ່ານ​ການ​​ເຈລະຈາ​ເທື່ອ​ດຽວ.

ທ່ານ​ຫຼີປາວ​ຕົ່ງ​ກ່າວ​ເນັ້ນວ່າ, ຝ່າຍ​ຕ່າງໆ​ຍິນ​ດີ​ສືບ​ຕໍ່​ຮັກສາ​ທ່ວງທ່າ​ສົນທະນາ, ຍິນ​ດີ​ຈັດ​ການ​ສົນທະນາ​ຮອບ​ໜ້າ​ໂດຍ​ໄວ, ​ໂດຍຜ່ານ​ການ​ສົນທະນາ​ແບບ​ນີ້, ຕິດຕໍ່​ກັນ​ເລື້ອຍໆ, ສະສົມ​ຄວາ​ມຮັບ​ຮູ້​ຄື​ກັນ ​ແລະ ຫຼຸດ​ຜ່ອນ​ຂໍ້​ຂັດ​ແຍ່ງ, ເພື່ອຊອກ​ພົບ​ວິທີ​ແກ້​ໄຂ​ບັນຫາ​ນິ​ວ​ເຄຼຍອີຣານ​ໃນ​ທີ່​ສຸດ.