ການ​ສົນທະນາກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານບໍ່​ໄດ້ກ້າວ​ເຖິງ​ຂັ້ນຕົກລົງ​ກັນ

(GMT+08:00) 2013-11-10 13:50:36     cri

ຕອນຮຸ່ງ​ເຊົ້າ​ວັນທີ 10 ພະຈິກນີ້, ການເຈລະ​ຈາກ່ຽວ​ກັບ​ບັນຫາ​ນິວເຄຼຍ​ອີຣານ​ຮອບ​ໃໝ່ລະ​ຫວ່າງ 6 ປະເທດ​ກ່ຽວ​ກັບບັນຫາ​ນິວເຄຼຍ​ອີຣານ ກັບ ອີ​ຣານໄດ້​ອັດລົງ​ຢູ່ນະ​ຄອນເຊີແນວ. ​ເຖິງ​ວ່າການ​ເຈລະຈາ​ມີ​ລັກສະນະ​ສ້າງສັນ​ຫຼາຍ, ​ແຕ່​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ຕົກລົງ​ກັນ​ໃນ​ທີ່​ສຸດ. ຝ່າຍ​ຕ່າງໆ​ຕົກລົງ​ສືບ​ຕໍ່​ຈັດ​ການປຶກສາ​ຫາລື​ຢູ່​ນະຄອນ​​ເຊີ​ແນວ​ໃນ​ວັນ​ທີ 20 ພະ​ຈິກ​ນີ້.

ຫຼັງ​ຈາກ​ກາ​ນຈະ​ເລ​ຈາລະ​ຫວ່າງ​ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ຣັດ​ເຊຍ, ຈີນ ​ແລະ ​ເຢັຍລະ​ມັນ ກັບ ອີຣານສິ້ນ​ສຸດ​ລົງ​ແລ້ວ​, ທ່ານນາງ​ແຄ​ເດີ​ລີ​ນ ອັສທົນ ຜູ້ຕາງໜ້າ​ລະດັບ​ສູງຂອງ​ສະຫະພາບ​ເອີ​ລົບ ທີ່​ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຄວາມ​ປອດ​ໄພ​ ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ການ​​ເຈລະຈາ​ທີ່​ເປັນ​ເວລາ 3 ວັນ "ທັງ​ເຄັ່ງ​ຕຶງ ທັງ​ມີ​ລັກສະນະ​ສ້າງສັນຫຼາຍ", ຝ່າຍ​ຕ່າງໆ "​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ແທ້​ຈິງ​ໃນ​ຫຼາຍ​ດ້ານ,​ແຕ່​ຍັງ​ມີ​ຂໍ້​ຂັດ​ແຍ່ງ​ຈຳນວນ​ໜຶ່ງ". 6 ​ປະ​ເທດ​ກ່ຽວ​ກັບບັນຫາ​ນິວ​ເຄຼຍອີຣານ ກັບ ອີຣານຈະ​ຈັດ​ການ​ສົນທະນາ​ຮອບ​​ໃໝ່​ຢູ່​ນະຄອນ​ເຊີ​ແນວ​ໃນ​ວັນ​ທີ 20 ພະຈິກ​ນີ້.

ທ່ານ​ຊາລີ​ຟ ຜູ້ຕາງໜ້າ​ການເຈລະຈາ​, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານກ່າວ​ວ່າ, ລະຫວ່າງ​ 6 ​ປະ​ເທດມີ​ຂໍ້​ຂັດ​​ແຍ່ງ, ​ແຕ່​ຝ່າຍ​ຕ່າງໆ​ພະຍາຍາມ​ຮ່ວມ​ມື​ກັນ. ທ່ານ​ກ່າວ​ວ່າ, ຫວັງ​ວ່າກາ​ນ​ເຈລະຈາ​ຄັ້ງ​ໜ້າ​ສາມາດກ້າວ​ເຖິງ​ຂັ້ນຕົກລົງ​ກັນ.