ກຳປູ​ເຈຍ​ຈັດພິທີຄຶກຄື້ນສະ​ເຫຼີ​ມສະຫຼອງວັນ​ປະກາດ​ເປັນ​ເອກະລາດ​ຄົບຮອບ 60 ປີ

(GMT+08:00) 2013-11-10 14:34:13     cri
ຕາມ​ຂ່າວສານ​ຈີນ, ວັນ​ທີ 9 ພະຈິກ​ນີ້, ກຳປູ​ເຈຍ​ໄດ້​ຈັດພິທີ​ອັນຄຶກຄື້ນ, ​ເພື່ອ​ສະ​ເຫຼີມສະຫຼອງ​ວັນ​ປະກາດ​ເປັນ​ເອກະລາດ​ຄົບຮອບ 60 ປີ. ສົມ​ເດັດ​ສີ​ຫາ​ໂມ​ນີ, ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີ ​ແລະ​ທູຕານຸທູດ​ປະ​ເທດ​ຕ່າງໆ​ປະຈຳ​ກຳປູ​ເຈຍ​ເກືອບ 2 ໝື່ນ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ.

ຂ່າວ​ແຈ້ງວ່າ, ວັນ​ທີ 9 ພະຈິກ​ນີ້, ສົມ​ເດັດ​ສີ​ຫາ​ໂມ​ນີ​ໄດ້​ວາງ​ພວງ​ມາລາ​ໃຫ້​ອະນຸສາວະລີ​ເອກະລາດ​ແລະ​​ໄຕ້​​ໄຟ​ສັກສິດ, ພະ​ສັງຄະ​ລາດ​ແລະ​ຄູບາ​ອາວຸ​ໂສ​ຫຼາຍ​ອົງ​ໄດ້​ອ່ານ​ຄຳ​ພີ​ອະ​ທິຖານ. ​ໄຟ​ສັກສິດ​ຈະ​ຈູດ 3 ວັນ ​ເພື່ອ​ສະ​ເຫຼີມສະ​ຫຼອງ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ. ມື້​ດຽວກັນ, ນາຍ​ແລະ​ພົນທະຫານ​ຂອງ 3 ​ເຫຼົ່າ​ທັບຂອງກອງ​ທັບປ້ອງ​ກັນ​ພະ​ບໍລົມ​ມະ​ວົງສາ​ນຸວົງ​ໄດ້​ສວນສະໜາມ​ຢູ່​ສະໜາມ​ຫຼວງ​ໜ້າ​ພະ​ລາຊະ​ວັງ, ສົມ​ເດັດ​ສີ​ຫາ​ໂມ​ນີ​ແລະ​ທ່ານ​ຮຸນ​ເຊັນ​ໄດ້​ຮ່ວມ​ກັນ​ຂີ່​ລົດ​ກວດ​ແຖວ.