ທີ​ມ Guangzhou Evergrande ​ຊີງ​ໄດ້​ແຊັມ Asian Champion League

(GMT+08:00) 2013-11-10 14:39:04     cri
ຕາມ​ຂ່າວCRI, ຕອນ​ຄ່ຳ​ວັນ​ທີ 9 ພະຈິກ​ນີ້, ​ໃນ​ການ​ແຂ່ງຂັນ​ຮອບ​ທີ​ສອງ​ຂອງ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ​ຂອງ Asian Champion League 2013, ທີ​ມ Guangzhou Evergrande ຂອງ​ຈີນ ​ໄດ້​​ສະ​ເໝີ​ກັບ​ທີ​ມ Seoul FC ດ້ວຍ​ຄະນະ 1 ຕໍ່ 1 ຢູ່​ນະຄອນ​ກວາງ​ໂຈ​ວ່, ​ເຊິ່ງມີ​ຄະ​ແນນ​ລວມ 3 ຕໍ່ 3 ,​ ​ແລ້ວ​ທີ​ມ Guangzhou Evergrande ຊີງ​ໄດ້​ແຊັມຂອງ Asian Champion League ຍ້ອນ​ໄດ້​ຍິງ​ເຂົ້າ​ປະຕູ​ຫຼາຍ​ກວ່າ​ຢູ່​ສະໜາມ​ແຂ່ງຂັນ​ຂອງ​ຄູ່​ແຂ່ງ.

​ເດືອນ​ໜ້າ, ທີ​ມ Guangzhou Evergrande ຈະ​ຕາງໜ້າ​ອາຊີ, ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຂັນສະ​ໂມ​ສອນ​ໂລກ​ທີ່​ມາ​ລົກ, ​ແຂ່ງ​ຂັນ​ກັບ​ທີ​ມສະ​ໂມ​ສອນ​ທີ່​ເຂັ້ມ​ແຂງ​ຕ່າງໆ​ຂອງ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ.