ລົມ​ໃຕ້​ຝຸ່ນ "ນົກ​ແອ່ນ​ທະ​ເລ" ​ໄດ້​ເຮັດ​ໃຫ້​ຟີ​ລິບ​ປິນຢ່າງ​ໜ້ອຍ​ມີ 138 ຄົນ​ເສຍ​ຊີວິດ

(GMT+08:00) 2013-11-10 14:42:22     cri
ຕາມ​ຂ່າວສານ​ຊິນ​ຮວາ, ຕອນ​ຄ່ຳ​ວັນ​ທີ 9 ພະຈິກ​ນີ້, ຄະນະ​ກຳມະກາ​ນຫຼຸດຜ່ອນ​ໄພພິບັດ​ແຫ່ງ​ຊາດ​ຟີ​ລິບ​ປິນກ່າວ​ວ່າ, ລົມ​ໃຕ້​ຝຸ່ນ "ນົກ​ແອ່ນ​ທະ​ເລ" ທີ່​ພັດ​ເຂົ້າ​ດິນ​ແດນ​ຟີ​ລິບ​ປິນ​ໃນ​ຕອນ​ເຊົ້າ​ມືດ​ວັນ​ທີ 8 ພະຈິກ​ນີ້ ​ໄດ້​ທຳລາຍ​ຫຼາຍ​ເຂດ​ທາງ​ພາກ​ກາງ​ຟີ​ລິບ​ປິນຢ່າງ​ໜັກໜ່ວງ, ປັດຈຸບັນ, ຢ່າງ​ໜ້ອຍ​ເຮັດ​ໃຫ້​ມີ 138 ຄົນ​ເສຍ​ຊີວິດ, 14 ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ 4 ຄົນ​ຫາຍ​ສາບ​ສູນ, ​ຜູ້​ປະສົບ​ໄພ​ໃນ​ທົ່ວ​ປະ​ເທດ​ຟີ​ລິ​ບິນ​ມີ​ເຖິງ 4 ລ້ານ 2 ​ແສນ 8 ໝື່ນ​ກວ່າ​ຄົນ.

ການ​ແຈ້ງ​ສະພາບ​ປະສົບໄພ​ຫຼ້າ​ສຸດ​ຂອງ​ຄະນະ​ກຳມະການ​ຫຼຸດຜ່ອນ​ໄພພິບັດ​​ແຫ່ງ​ຊາດ​ຟີ​ລິບ​ປິນສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ເວລາ 18 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ, ມີ​ປະຊາຊົນ 9​ແສນ​ກວ່າ​ຄອບຄົວ​ໃນ 36 ​ແຂວງ​ຂອງ​ຟີ​ລິບ​ຟິນປະສົບ​ໄພ, ​ຜູ້​ປະສົບ​ໄພ​ມີ​ເຖິງ 4 ລ້ານ​ກວ່າ​ຄົນ, ​ໃນ​ນັ້ນ, ມີ​ 3​ແສນ 4 ໝື່ນ 2 ພັນ​ກວ່າ​ຄົນ​ຕ້ອງ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ. "ນົກ​ແອ່ນ​ທະ​ເລ" ພາ​ໃຫ້​ຫຼາຍ​​ແຂວງ​ທາງ​ພາກ​ກາງ​ຟີ​ລິບ​ປິ​ນຝົນຕົກ​ໜັກ, ການ​ສະໜອງ​​ໄຟຟ້າ​ແລະ​ການ​ຕິດ​ຕໍ່​ກັບ​ພາຍ​ນອກາງ​ໂທລະ​ຄົມ​ໄດ້​ຂາດ​ສະບັ້ນ​ໄປ. ນອກ​ນີ້, ອາກາດ​ທີ່​ຮ້າຍ​ແຮງ​ຍັງ​ພາ​ໃຫ້​ເຮືອນ​ຊານ 3 ພັນ 400 ກວ່າ​ຫຼັງຖືກ​ກະທົບກະ​ເທືອ​ນ​ໃນ​ລະດັບ​ຕ່າງ​ກັນ, ​ເສັ້ນທາງ 17 ສາຍ ​ແລະ​ຂົວ​ໜຶ່ງ​ແຫ່ງ​ຖືກທຳລາຍ.