ທ່ານ​ຫວາງ​ຢີ້ກ່າວ​ວ່າ, ການ​ຮ່ວມມື​ລະຫວ່າງ​ຈີນ, ຣັດ​ເຊຍ​​ແລະ​ອິນ​​ເດຍຄວນ​ສຸມ​ໃສ່ 3 ທິດ​ທາງ​ໃຫຍ່

(GMT+08:00) 2013-11-11 16:25:51     cri
ວັນ​ທີ 10 ພະຈິກ​ນີ້​ຢູ່ນະຄອນຫຼວງນີວ​ແດນ​ລີ​ຂອງ​ອິນ​ເດຍ, ທ່ານ​ຫວາງຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ເຊີ​ເກີ ລັຟລົຟ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ແລະ​ທ່ານ​ຊາ​ມັນ ຄຸ​ຊິດ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍ​ໄດ້​ຈັດການ​ພົບ​ປະກັນ​ຄັ້ງ​ທີ 12.

ທ່ານ​ຫວາງ​ຢີ້ຊີ້​ອອກ​ວ່າ, ຈີນ,ຣັດ​ເຊຍ​ແລະ​ອິນ​ເດຍຄວນ​ເບິ່ງ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ​ຈາກ​ດ້ານ​ຍຸດ​ທະ​ສາດ​ແລະ​ສະພາບ​ລວມ, ຫວັງ​ວ່າສາມ​ປະ​ເທດ​ຄວນຊຸກຍູ້​ການ​ຮ່ວມ​ມື​ໃນ 5 ຂົງ​ເຂດ​ໃຫຍ່​ຄື: ສະ​ຖາ​ບັນ​ຜູ້​ຊົງ​ຄຸນ​ວຸດ​ທິ, ຂະ​ແໜງ​ການ​ອຸດສາຫະກຳ​ການ​ຄ້າ, ກະສິກຳ, ການ​ຫຼຸດຜ່ອນ​ໄພພິບັດ​ແລະ​ການ​ປິ່ນ​ປົວ​ພະຍາດ​ແລະ​ສາທາລະນະ​ສຸກ, ຂຸດ​ຄົ້ນ​ກຳລັງ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກນິກ​ສູງ​ໃໝ່, ການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ, ພະລັງງານ, ການ​​ເຊື່​ອມຈອດ​ກັນ, ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ເປັນ​ຕົ້ນ, ດຳ​ເນີນ​ການ​ແລກປ່ຽນ​ສາມ​ຝ່າຍ, ຈັດກິດຈະກຳ​ປີ​ແລ​ກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ສາມ​ປະ​ເທດ​ເປັນ​ຕົ້ນ, ນອກ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດ​ສາມ​ທ່ານ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່ມີ​ຄວາມ​ສົນ​ໃຈ​ຮ່ວມນຳ.